ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ຈັດພິທີເຄື່ອນຍ້າຍ
ອັດຖິນາຍທະຫານເຂົ້າສະຖິດຢູ່ສຸສານແຫ່ງຊາດ

     ຄະນະນຳກະຊວງປ້ອງກັນປະເທດ ໄດ້ຈັດພິທີເຄື່ອນຍ້າຍອັດຖິຂອງນາຍທະຫານຂັ້ນສູງ, ວິລະຊົນ, ນັກຮົບແຂ່ງຂັນແຫ່ງຊາດ ແລະພະນັກງານປະຕິວັດ
ອາວຸໂສ ຈຳນວນ 33 ອັດຖິ ເຂົ້າສະຖິດຢູ່ສຸສານແຫ່ງຊາດ, ໃນ ຕອນບ່າຍຂອງວັນທີ 25 ພະຈິກນີ້, ເຊິ່ງເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ
ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍບັນດາຄະນະນຳ-ນາຍທະຫານຂັ້ນຕ່າງໆຈາກບັນດາກົມກອງ, ຫ້ອງການອ້ອມ
ຂ້າງກະຊວງປ້ອງກັນປະເທດ ສະມາຊິກຄອບຄົວ ແລະຍາດຕິພີ່ນ້ອງຂອງແຕ່ລະທ່ານເຂົ້າຮ່ວມ.

                                
                                                          ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານຈັດພິທີເຄື່ອນຍ້າຍອັດຖິນາຍທະຫານເຂົ້າສະຖິດຢູ່ສຸສານແຫ່ງຊາດ

     ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ ແລະຄຸນງາມຄວາມດີຂອງວິລະຊົນ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສບຳນານ
ແລະນາຍທະຫານຂັ້ນສູງໃນການເຄື່ອນໄຫວປະຕິວັດອຸທິດເລືອດເນື້ອເຫື່ອແຮງ ແລະສະຕິປັນຍາເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະສ້າງ
ສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ເຊິ່ງແຕ່ລະທ່ານລ້ວນແຕ່ໄດ້ຍຶດໝັ້ນໃນຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ລັດ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ມີ
ຄຸນສົມບັດສິນທຳປະຕິວັດເລິກເຊິງສ້າງໄດ້ແບບຢ່າງທີ່ດີໄວ້ໃຫ້ຄົນຮຸ້ນສືບທອດໄວ້ໄດ້ຮໍ່າຮຽນເອົາ.

     ພາຍຫຼັງເສັດສິ້ນພິທີທາງສາສະໜາແລ້ວ ຜູ້ເຂົ້າຮ່ວມກໍໄດ້ກົມຫົວໄວ້ອາໄລເພື່ອອຳລາດວງວິນຍານຂອງແຕ່ລະທ່ານດ້ວຍຄວາມອາໄລອາວອນ ແລະ
ກອງກຽດຕິຍົດກໍໄດ້ດຳເນີນພິທີເຄື່ອນຍ້າຍອັດຖິຂອງແຕ່ລະທ່ານເຂົ້າສະຖິດໄວ້ໃນທາດຢ່າງສົມກຽດ.