ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມພົວພັນຕ່າງປະເທດ ຕ້ອນຮັບທີ່ປຶກສາທູດຝ່າຍທະຫານອົດສະຕາລີ

     ໃນຕອນບ່າຍຂອງວັນທີ 23 ພະຈິກ 2016 ນີ້, ຢູ່ທີ່ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ
ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ພັນເອກ ເຄຼີ ທີ່ປຶກສາທູດຝ່າຍທະຫານແຫ່ງ
ປະເທດ ອົດສະຕາລີ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ໃນໂອກາດທີ່ທ່ານໝົດວາລະການດຳລົງຕຳ
ແໜ່ງປະຈຳຢູ່ ສປປ ລາວ.

                                
                                                                            ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຕ້ອນຮັບທີ່ປຶກສາທູດຝ່າຍທະຫານອົດສະຕາລີ

     ໂອກາດນີ້ຫົວໜ້າກົມພົວພັນຕ່າງປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງສອງປະເທດໃນຕະຫລອດ
ໄລຍະທີ່ຜ່ານມາ ໂດຍສະເພາະແມ່ນວຽກງານປ້ອງກັນຊາດ ໄດ້ຮັບການເສີມຂະຫຍາຍສະເພາະໃນປີ 2017 ທີ່ຈະເຖິງນີ້ແມ່ນເປັນປີຄົບຮອບ 65 ປີ ແຫ່ງ
ການສ້າງຕັ້ງສາຍພົວພັນທາງການທູດຂອງທັງສອງປະເທດ.

     ທ່ານທີ່ປຶກສາທູດປະເທດອົດສະຕາລີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະສະໜິດສະໜົມເຕັມໄປດ້ວຍໄມຕີຈິດມິດ
ຕະພາບຂອງຫົວໜ້າກົມພົວພັນຕ່າງປະເທດໃນຄັ້ງນີ້ ແລະສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນ ແລະໃຫ້ຄວາມຮ່ວມໄມ້ຮ່ວມມືຂອງກອງ
ທັບປະຊາຊົນລາວໃນຕະຫລອດໄລຍະທີ່ຜ່ານມາ.

     ທ່ານຫົວໜ້າກົມພົວພັນຕ່າງປະເທດ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບໃນທົ່ວກຳລັງປ້ອງກັນຊາດ ອວຍພອນໃຫ້ທ່ານທີ່ປຶກສາທູດຝ່າຍທະຫານຂອງ
ປະເທດອົດສະຕາລີ ຈົ່ງເດີນທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ.