ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ຈັດຕັ້ງແບ່ງຄວາມຮັບຜິດຊອບ
ແລະ ມອບໝາຍໜ້າທີ່ໃຫ້ຄະນະກົມ

     ວັນທີ 23 ພະຈິກນີ້, ຢູ່ຫ້ອງ 206 ຫ້ອງປະຊຸມຂອງກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມຄົ້ນຄວ້າເພື່ອແບ່ງຄວາມຮັບຜິດຊອບໃຫ້ບັນດາ
ສະຫາຍໃນຄະນະກົມໃຫຍ່ການເມືອງກອງທັບຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຮອງກົມໃຫຍ່ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ກົມກອງທີ່ຂຶ້ນກັບໃນທົ່ວອົງ ການກົມໃຫຍ່ການ
ເມືອງກອງທັບເຂົ້າຮ່ວມ.

                                
                                                          ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານພິທີຈັດຕັ້ງແບ່ງຄວາມຮັບຜິດຊອບ ແລະ ມອບໝາຍໜ້າທີ່ໃຫ້ຄະນະກົມ

     ຈຸດປະສົງຂອງການແບ່ງຄວາມຮັບຜິດຊອບໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ມີຄວາມຮັບປະກັນໃນການຊີ້ນຳ-ນຳພາກໍ່ສ້າງກຳລັງປະກອບອາວຸດປ້ອງ
ກັນຊາດໃຫ້ໜັກແໜ້ນທາງດ້ານວຽກງານພັກ-ວຽກງານການເມືອງ ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງສູນກາງພັກ ແລະຄະນະພັກກະຊວງປ້ອງ
ກັນປະເທດ ທັງເປັນການປະຕິບັດລະບອບແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ
ຢ່າງລະອຽດ ແລະຍົກສູງຄວາມຮັບຜິດຊອບການເຄື່ອນໄຫວວຽກງານພັກ-ວຽກງານການ ເມືອງດ້ວຍຄວາມຮັບຜິດຊອບສູງກວ່າເກົ່າ.

     ໃນກອງປະຊຸມກໍໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກົມໃຫຍ່ການເມືອງກອງທັບ ເລກທີ 56 20 ກມທ, ລົງວັນທີ 10/11/2016 ມາດຕາ 1 ວ່າດ້ວຍ
ການແບ່ງຄວາມຮັບຜິດຊອບຊີ້ນຳບັນດາວຽກງານໃຫ້ແກ່ບັນດາສະຫາຍຄະນະກົມໃຫຍ່ການເມືອງກອງທັບ, ມາດຕາ 2 ວ່າດ້ວຍລະບອບແບບແຜນວິທີ
ເຮັດວຽກຂອງຄະນະກົມໃຫຍ່ການເມືອງກອງທັບຢ່າງລະອຽດຈະແຈ້ງ. ພ້ອມກັນນີ້ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ສະ
ບັບເລກທີ 5399/ກມທ ລົງວັນທີ 26/10/2016 ວ່າດ້ວຍການແຕ່ງຕັ້ງຜູ້ຕິດຕາມ 2 ສະຫາຍໃຫ້ຄະນະນຳກົມໃຫຍ່ການເມືອງກອງທັບຄົນໃໝ່ທັງ 2
ສະຫາຍນຳອີກ.

     ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນຕ້ອງຮັດແໜ້ນຄວາມສາມັກຄີເປັນເອກະພາບ, ປະຕິ
ບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ພ້ອມກັນຮໍ່າຮຽນນຳ
ວຽກຕົວຈິງ ຮຽນນຳໝູ່ຄະນະ, ຮຽນນຳມະຫາຊົນ, ຈິງໃຈຊ່ວຍເຫຼືອຖອດຖອນບົດຮຽນເຊິ່ງກັນ ແລະກັນ, ຕ້ານທັດສະນະຄະຕິແນວຄິດໃນຕົວ ຫຼື ໂຍນ
ຄວາມຮັບຜິດຊອບໃຫ້ກັນ, ບໍ່ທ້າທາຍ, ບໍ່ຕຳນິວິຈານໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີແບບຊະຊາຍ ເພີ່ມທະວີຊ່ວຍເຫຼືອກັນປົກປັກຮັກສາ ແລະເສີມຂະຫຍາຍ
ມູນເຊື້ອອັນດີງາມຂອງກົມໃຫຍ່ການເມືອງກອງທັບໃຫ້ດີ, ເອົາໃຈໃສ່ດຳເນີນຊີວິດການເມືອງເປັນປົກກະຕິ, ຕ້ອງກຳແໜ້ນໜ້າທີ່ການເມືອງຂອງອົງການ,
ກົມ, ກອງ ຂອງກອງທັບແຕ່ລະໄລຍະ ໂດຍອີງໃສ່ບັນດາແຜນງານ-ໂຄງການຈຸດສຸມຂອງກະຊວງປ້ອງກັນປະເທດ ເພື່ອຈັດຕັ້ງຜັນຂະຫຍາຍຫັນເປັນແຜນ
ການລະອຽດແລ້ວຈຶ່ງຈັດຕັ້ງ-ນຳພາກົມກອງປະຕິບັດ, ມີການຕິດຕາມຊຸກຍູ້, ກວດກາ-ສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະ.