ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ຜູ້ບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ແລະ ພະນົມເປັນ

     ໃນຕອນບ່າຍຂອງວັນທີ 26 ຕຸລາ 2017 ນີ້, ຢູ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ
ປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນຈັດຕະວາ ຫງວຽນ ຢວນ ແອງ ຜູ້ບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ສສ ຫວຽດ
ນາມ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານ 3 ນະຄອນຫຼວງລາວ, ຫວຽດນາມ ແລະ ກຳປູເຈຍ ທີ່ຈັດຂຶ້ນເມື່ອ
ວັນທີ 25 ຕຸລານີ້, ຢູ່ນະຄອນຫຼວງວຽງຈັນ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຜູ້ບັນຊາການທະຫານນະຄອນຫຼວງຮ່າໂນ້ຍ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີທີ່ທ່ານຜູ້ບັນຊາການທະຫານນະຄອນຫຼວງຮ່າໂນ້ຍໄດ້ມາຢ້ຽມຢາມ
ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານ 3 ນະຄອນຫຼວງໃນຄັ້ງນີ້, ໃນໂອກາດນີ້ ທ່ານຜູ້ບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ສະແດງ
ຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ, ກ່າວສະແດງຄວາມດີໃຈທີ່ເຫັນສາຍພົວພັນມິດ
ຕະພາບທີ່ມີມູນເຊື້ອມາແຕ່ດົນນານ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຜູ້ບັນຊາການທະຫານນະຄອນຫຼວງພະນົມເປັນ

     ໃນມື້ດຽວກັນນີ້, ທ່ານ ພົນຕີ ມົມໂສະພຽນ ຮອງຜູ້ບັນຊາການທະຫານນະຄອນຫຼວງພະນົມເປັນ ກໍໄດ້ເຂົ້າຢ້ຽມທ່ານລັດຖະມົນຕີກະຊວງປ້ອງກັນປະ
ເທດເຮົາເຊັ່ນດຽວກັນ, ເຊິ່ງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ, ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບ ທ່ານ ພົນຕີ ມົມ
ໂສະພຽນ ໃນຄັ້ງນີ້, ເຊິ່ງທ່ານ ພົນຕີ ມົມໂສະພຽນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ພົນໂທ ຈັນສະໝອນ ຈັນ
ຍາລາດ, ທ່ານຮອງຜູ້ບັນຊາການທະຫານນະຄອນຫຼວງພະນົມເປັນໃຫ້ຄຳໝັ້ນສັນຍາວ່າ: ຈະສຸມຄວາມພະຍາຍາມເຮັດໃຫ້ການຮ່ວມມືສອງຊາດ, ສອງກອງ
ທັບ ກຳປູເຈຍ-ລາວ ໃຫ້ນັບມື້ນັບຂະຫຍາຍຂຶ້ນ, ໂດຍສະເພາະແມ່ນປະກອບສ່ວນເສີມສ້າງມິດຕະພາບລະຫວ່າງປະຊາຊົນທັງສອງຊາດ ກຳປູເຈຍ-ລາວ ໄດ້
ໄປມາຫາສູ່ສ້າງສາບ້ານເມືອງຂອງຕົນນັບມື້ນັບຈະເລີນຮຸ່ງເຮືອງໃນອະນາຄົດ.