ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານລາວ ​ແລະ ກຳປູເຈຍສຳ ​ເລັດ​ການ​ຖອນ​ກຳລັງ​ອອກ​ຈາກ​ບໍລິ​ເວນ​ທີ່​ຕົກລົງ​ກັນ​ແລ້ວ


ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ສຳ​ເລັດ​ການ​ຖອນ​ກຳລັງ​ອອກ​ຈາກ​ ບໍລິ​ເວນຈຸດພິກັດ E 0523410, N 1579776

     ການຖອນກຳລັງທະຫານອອກຈາກບໍລິເວນຊາຍແດນຈຸດພິກັດ E 0523410, N 1579776 ເມືອງ ມຸນລະປະໂມກ ແຂວງ ຈຳປາສັກ ໃນວັນທີ 29 ສິງຫາ 2019
ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈຂອງສອງຝ່າຍ.

     ເຊິ່ງການຖອນກຳລັງທະຫານຄັ້ງນີ້ ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມພົບປະກຳນົດການຖອນກຳລັງທະຫານ ລາວ- ກຳປູເຈຍ ອອກຈາກບໍລິເວນຊາຍແດນ
ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ຢູ່ບໍລິເວນ ເມືອງ ມຸນລະປະໂມກ ແຂວງຈຳປາສັກ (ຈຸດພິກັດ E 0523410 , N1579776) ຄັ້ງວັນທີ 27 ສິງຫາ
2019 ທີ່ດ່ານປະເພນີຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ສປປ ລາວ ທີ່ຜ່ານມາ.

     ຄະນະກຳມະການສັງເກດການ ແລະ ກວດກາການຖອນກຳລັງທະຫານຝ່າຍ ລາວ ນຳໂດຍ ພັນໂທ ຄຳເຮົ້າ ວົງພົມ ຫົວໜ້າ ພະແນກສູ້ຮົບ ກອງບັນຊາການທະຫານ
ແຂວງ ຈຳປາສັກ ກອງທັບປະຊາຊົນລາວ ແລະ ຝ່າຍ ກຳປູເຈຍ ນຳໂດຍ ພັນເອກ ຢາງ ສຸ ພາດ ຮອງຜູ້ບັນຊາການ ກອງບັນຊາການ ກອງພົນນ້ອຍທີ 9 ກອງ ທັບລາຊະອາ
ນາຈັກ ກຳປູເຈຍ.

     ໂດຍຄະນະກຳມະການສັງເກດການ ແລະ ກວດການຖອນກຳລັງທະຫານທັງສອງຝ່າຍ ໄດ້ຮ່ວມກັນປະຕິບັດໜ້າທີ່ ເລີ່ມແຕ່ ເວລາ 8:00 ໂມງ ຫາ 11:00 ໂມງ ຂອງ
ວັນທີ 29 ສິງຫາ 2019 ໂດຍຕິດຕາມການຖອນກຳລັງທະຫານ ທັງສອງຝ່າຍອອກຈາກ ບໍລິເວນຈຸດພິກັດ E 0523410, N 1579776 ເຊິ່ງເປັນຈຸດເຊື່ອມຕໍ່ກັນລະ
ຫວ່າງ ເມືອງ ມຸນລະປະ ໂມກ ແຂວງ ຈຳປາສັກ ສປປ ລາວ ກັບ ເມືອງ ຈອມກະສັນ ແຂວງ ພະວິຫານ ລາຊະອານາຈັກ ກຳປູເຈຍ ເຊິ່ງການຖອນທະຫານ ຄັ້ງນີ້ດຳເນີນ
ໄປດ້ວຍຄວາມສະຫງົບຮຽບຮ້ອຍດີ ແລະ ສຳ ເລັດຜົນຢ່າງເປັນທາງການ.

     ພາຍຫຼັງດຳເນີນການຖອນທະຫານ ຢ່າງເປັນທາງການແລ້ວ ທັງສອງຝ່າຍໄດ້ສ້າງບົດບັນທຶກໄວ້ເພື່ອເປັນຫຼັກຖານ ໂດຍຊ້ອງໜ້າ ພົນຈັດຕະວາ ສຸໄກ ພິມມະສານ ຫົວ
ໜ້າການທະຫານ ກອງບັນຊາການທະຫານແຂວງ ຈຳປາສັກ ແລະ ພົນຕີ ດວງຈັນ ຫົວໜ້າ ກອງພົນນ້ອຍທີ 9 ກອງທັບລາ ຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະທັງ
ສອງຝ່າຍ.