ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII​


     ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ອັດລົງໃນ ວັນທີ 29 ກໍລະກົດ 2020 ນີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງ
ທັບ, ມີສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາສະຫາຍຫົວໜ້າກົມ, ປະທານ,
ຮອງ ປະທານສະຫະພັນແມ່ຍິງ, ບັນດາກະຊວງ, ອົງການ, ຄະນະພັກ-ຄະນະບັນຊາ, ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຄະນະນໍາສະຫະພັນແມ່ຍິງ, ພະນັກງານ
ບຳນານ ອະດີດຫົວໜ້າ, ຮອງຫົວໜ້າ ຫ້ອງການສະຫະພັນແມ່ຍິງກອງທັບ, ແມ່ປ້າຄອບຄົວການນຳຂັ້ນສູງ, ນັກທຸລະກິດຍິງ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

     ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນ
ການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນແມ່ຍິງ ຄັ້ງທີ VII ທົ່ວກອງທັບ (2015-2020) ໃນໄລຍະຜ່ານມາ ສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບ
ຮົມການເມືອງ-ແນວຄິດເປັນສໍາຄັນ ເຮັດໃຫ້ສະມາຊິກເອື້ອຍນ້ອງແມ່ຍິງທົ່ວກອງທັບ ດ້ວຍຫຼາຍຮູບການ, ຫຼາຍວິທີ ທີ່ສອດຄ່ອງແທດເໝາະກັບແຕ່ລະເປົ້າໝາຍ ແລະ
ເງື່ອນໄຂຕົວຈິງເຮັດໃຫ້ສະມາຊິກແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຮູ້, ຄວາມສາມາດເຊື່ອມຊຶມ ກຳແໜ້ນຕໍ່ແນວທາງ
ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນ, ມີສະຕິຕໍ່ກົນອຸບາຍມ້າງເພທຳລາຍຂອງ
ສັດຕູ ແລະ ກຸ່ມຄົນບໍ່ດີ, ຫ້າວຫັນໃນການປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ກັບຂະ
ບວນການລວມກໍຄືແຜນພັດທະນາແມ່ຍິງລາວ 8 ແຜນງານ 34 ໂຄງການ, ໂດຍປິ່ນອ້ອມ4 ໜ້າທີ່ໃຫຍ່ 26 ແຜນງານຂອງ ກະຊວງປ້ອງກັນປະເທດວາງອອກ, ການດໍາ
ລົງຊີວິດການເມືອງການຕີລາຄາຄັດເລືອກປະເພດສະມາຊິກແມ່ຍິງປະຈໍາເດືອນ, ໄຕມາດ, ປະຈໍາປີ, ໃນໄລຍະ 5 ປີ ຜ່ານມາ ມີສະມາຊິກເຂົ້າຮ່ວມແຂ່ງຂັນທັງໝົດ
11.854 ສະຫາຍ, ຄັດເລືອກພົນລະເມືອງດີ ໄດ້ 11.450 ສະຫາຍ ກວມເອົາ 98,13%, ພັດທະນາດີ 10.213 ສະຫາຍກວມເອົາ 87,52%, ສ້າງຄອບຄົວດີ 8.298
ສະຫາຍ ກວມເອົາ 71,11%, ບຸກຄົນ 3 ດີ ປະເພດ 1 ມີ 9.706 ສະຫາຍ ກວມເອົາ 83,18%, ບຸກຄົນ 3 ດີ ປະເພດ 2 ມີ 1.680 ສະຫາຍ ກວມເອົາ 14,39%, ບຸກ
ຄົນຕົວແບບ 540 ສະຫາຍ, ຄອບຄົວຕົວແບບ 379 ຄອບຄົວ, ພະແນກ, ຂະແໜງ, ໜ່ວຍ 3 ດີ 483 ໜ່ວຍ, ກົມກອງ 3 ດີ 456 ກົມກອງ, ໄດ້ຮັບການ ຍ້ອງຍໍ ຫຼຽນ
ໄຊອິດສະຫຼະຊັ້ນ II ມີ 8 ສະຫາຍ, ຫຼຽນໄຊ ອິດສະຫຼະຊັ້ນ III ມີ 8 ສະຫາຍ, ຫຼຽນໄຊ ແຮງງານຊັ້ນ II ມີ 748 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 1.046 ສະຫາຍ,
ຫຼຽນໄຊພິລະອາດຫານຊັ້ນ II ມີ 8 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ມີ 119 ສະຫາຍ, ຫຼຽນກາແຮງງານ 2.241 ສະຫາຍ, ໃບຍ້ອງຍໍລັດຖະບານ 1.352 ສະ
ຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 762 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 518 ສະຫາຍ ແລະ ຫຼຽນກາລະນຶກ 70 ປີກອງທັບປະຊາຊົນລາວ 480
ສະຫາຍ. ດ້ານວຽກງານພັດທະນາຊີວິດການເປັນຢູ່ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ຖັນແຖວເອື້ອຍນ້ອງແມ່ຍິງປະຕິບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ
ຄວາມເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ເອື້ອຍນ້ອງຊອກທຸກເງື່ອນໄຂໃນການສ້າງລາຍຮັບເຂົ້າໃນຄອບຄົວ ເປັນຕົ້ນການສ້າງເສດຖະກິດຄອບຄົວຂອງຕົນປູກຝັງ-ລ້ຽງສັດ,
ຕ່ໍາຫູກທໍ່ໄໝ,ຈັກສານ, ຄ້າຂາຍຕາມລະບຽບກົດໝາຍ, ບາງຄອບຄົວສາມາດສ້າງລາຍຮັບ 20 ລ້ານ ກີບ ເຖິງ 270.000.000 ລ້ານກີບຕໍ່ປີ, ເຊິ່ງໄດ້ເຮັດໃຫ້ຊີວິດການ
ເປັນຢູ່ຂອງເອື້ອຍນ້ອງແມ່ຍິງດີຂຶ້ນເປັນກ້າວໆ ກາຍເປັນບຸກຄົນ, ຄອບຄົວຕົວແບບ 379 ຄອບຄົວ, ຈັດຕັ້ງພັດທະນາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍໃນແຕ່ລະກົມ
ກອງຕາມທ່າແຮງສະພາບເງື່ອນໄຂຕົວຈິງມີ 100 ກຸ່ມ ມີຈໍານວນສະມາຊິກ ທັງໝົດ 24.501 ສະຫາຍ, ມີຈໍານວນແມ່ຍິງ 9.768 ສະຫາຍ, ມີອານຸກໍາມະການ 475 ສະ
ຫາຍ, ມີເງິນທ້ອນທັງໝົດ 52.789.028.059 ກີບ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງແຕ່ລະ ຂັ້ນເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້
ສະມາຊິກແມ່ຍິງໃນກອງທັບ ດ້ວຍຫຼາຍຮູບການ, ຫຼາຍວິທີການໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ, ເໝາະສົມກັບລະດັບຄວາມຮູ້ ແລະ ເງື່ອນໄຂຕົວຈິງ, ປະຕິບັດນໍ້າໃຈ
ຮັກຊາດ, ຮັກການອອກແຮງງານ; ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ມີສະ ຕິເຄົາຮົບກົດໝາຍ ແລະ ລະບຽບວິໄນຕ່າງໆ, ກ້າເຮັດ, ກ້າຮັບຜິດຊອບ,
ມີຄວາມດຸໝັ່ນຂະຫຍັນພຽນ, ຊື່ສັດ, ປະຢັດອົດທົນ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າບຸກບືນຍົກລະດັບຄວາມຮູ້, ຄວາມ
ສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ພ້ອມກັນນັ້ນ, ກໍຕ້ອງຕີຖອຍປະ
ກົດການຫຍໍ້ທໍ້ ໃນສັງຄົມ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກກຸ່ມຄົນບໍ່ດີທີ່ຫວັງຈະມ້າງເພທໍາລາຍປະເທດຊາດ, ແບ່ງແຍກຄວາມສາມັກຄີພາຍໃນ, ເອົາໃຈໃສ່ຈັດ
ຕັ້ງເຊື່ອມຊຶມບັນດາຂໍ້ກໍານົດ, ກົດລະບຽບ, ພາລະບົດບາດ, ໜ້າທີ່ຂອງອົງການຈັດຕັ້ງສະຫະພັນແມ່ຍິງຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ອົງການຈັດຕັ້ງສະຫະພັນແມ່ຍິງກອງ
ທັບ ແຕ່ລະຂັ້ນຕ້ອງໄດ້ລົງໃກ້ຊິດຕິດແທດກັບຮາກຖານ, ກໍາສະພາບແນວຄິດ, ຄວາມມຸ້ງມາດປາຖະໜາຂອງເອື້ອຍນ້ອງໃຫ້ທັນການ, ຍົກສູງຄຸນນະພາບການດໍາລົງຊີວິດ
ແມ່ຍິງແນໃສ່ດູດດຶງເອົາກໍາລັງແຮງຂອງແມ່ຍິງເຂົ້າຮ່ວມອົງ ການຈັດຕັ້ງສະຫະພັນແມ່ຍິງ ໃຫ້ນັບມື້ຫຼາຍຂຶ້ນ. ສືບຕໍ່ປ່ຽນແປງໃໝ່ທາງດ້ານເນື້ອໃນຮູບການເຄື່ອນໄຫວໃຫ້
ສອດຄ່ອງ ແລະ ມີວິທະຍາທະສາດ, ຄະນະພັກ-ຄະນະບັນຊາຕ້ອງຈັດຕັ້ງເຄື່ອນໄຫວຊີ້ນໍາ-ນໍາພາຕົວຈິງແນ່ໃສ່ຊຸກຍູ້ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ຫົວ
ຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງປະກອບສ່ວນສ້າງກອງທັບປະຕິວັດ, ມີລະບຽບແບບແຜນ ແລະ ທັນສະໄໝ.