ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບຖະແຫຼງຂ່າວ
ກ່ຽວກັບການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

     ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2018 ນີ້, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຖະແຫຼງຂ່າວ
ຕໍ່ສື່ມວນຊົນກຽ່ວກັບການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງ ສະຫນາມໄຊ ແຂວງອັດຕະປື ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ.


ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຖະແຫຼງຂ່າວກ່ຽວກັບການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

     ທ່ານຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງເຫດຈາກບໍລິສັດເຊປຽນ-ເຊນໍ້ານ້ອຍເມື່ອ ວັນທີ 23 ກໍລະກົດ 2018
ທີ່ຜ່ານມາ, ກອງທັບຂອງພວກເຮົາ ໄດ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາລົງແກ້ໄຂໄພພິບັດຢູ່ສອງແຂວງພາກໃຕ້ຈໍາປາສັກ ແລະ ອັດຕະປື ທັງຢູ່ແນວຫຼັງ ແລະ ລົງ
ພາກສະໜາມ, ໃນນັ້ນມີ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຮອງຫົວໜ້າຄະນະຊີ້ນໍາປະຈໍາພາກສະໜາມ
ພ້ອມດ້ວຍຄະນະ ເປັນຜູ້ນໍາເອົາກໍາລັງພົນ, ເຮືອບິນເຮລີກັອບແຕ 3 ລໍາພ້ອມທັງໜ່ວຍກອບກູ້ໄພພິບັດມາປະສານສົມທົບກັບກໍາລັງກອງບັນຊາການທະ
ຫານແຂວງອັດຕະປື, ທະຫານເມືອງສະໜາມໄຊ, ກຳລັງທະຫານກອງພົນທີ 5, ທະຫານແຂວງຈໍາປາສັກ ແລະ ອໍານາດການປົກຄອງທ້ອງຖິ່ນເພື່ອຈັດຕັ້ງດໍາ
ເນີນການຊ່ວຍເຫລືອ ກອບກູ້ເອົາຊີວິດ, ຊັບສິນຂອງ ປະຊາຊົນທີ່ຖືກຜົນກະທົບຢ່າງຮີບດ່ວນຜ່ານການລົງເຮັດວຽກ ຢູ່ພາກສະໜາມຕົວຈິງ ໄດ້ສຸມກໍາລັງ
ເຂົ້າໃສ່ການຊ່ວຍເຫລືອ ປະຊາຊົນທີ່ປະສົບໄພທີ່ນ້ຳພັດໄຫຼຢູ່ຕາມຫລັງຄາເຮືອນ, ບ່ອນເປີດແປນ ແລະ ຄົ້ນຫາຕາມຈຸດ ບອກເລົ່າຂອງປະຊາຊົນທັງເວັນ
ແລະ ຄືນ ເຊິ່ງກອງທັບ ຂອງພວກເຮົາມີພາລະບົດບາດ ໜ້າທີ່ເປັນກຳລັງໃຈກາງໃນການປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງ
ຖິ່ນເພື່ອແກ້ໄຂບັນຫາອຸທົກກະໄພທີ່ມີຜົນກະທົບຕໍ່ປະຊາຊົນ, ຊ່ວຍເຫລືອຜູ້ຖືກຜົນກະທົບຄັ້ງນີ້ໃຫ້ທົ່ວເຖິງ ແລະ ເຂົ້າສູ່ສະພາບປົກກະຕິ, ປະເມີນຜົນເສຍ
ຫາຍ, ວາງແຜນການຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີອາຊີບຖາວອນໃນໄລຍະຍາວ, ພ້ອມທັງຊອກຫາ ສາເຫດທີ່
ພາໃຫ້ເກີດອຸບັດຕິເຫດ ເພື່ອຊອກຫາວິທີແກ້ໄຂໃນໄລຍະຕໍ່ໄປ; ໂຄສະນາປະຊາສຳພັນທຸກຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງພາກສ່ວນທີ່ກ່ຽວ
ຂ້ອງ ແລະ ວາງແຜນເຕືອນໄພພິບັດ, ພ້ອມທັງຮັບການຊ່ວຍເຫລືອທຸກຮູບແບບ ແລະ ຈັດຕັ້ງກໍາລັງປ້ອງກັນເວນຍາມ ແລະ ເຝົ້າລະວັງໄພນໍ້າຖ້ວມທີ່ອາດ
ຈະເກີດຂຶ້ນອີກຕາມເຂດ, ແຂວງທີ່ມີຄວາມສ່ຽງເປັນຕົ້ນແມ່ນແຂວງຄໍາມ່ວນ, ຊຽງຂວາງ, ຫຼວງພະບາງ ແລະ ອື່ນໆເນື່ອງຈາກວ່າຝົນຍັງຕົກໜັກຢ່າງຕໍ່
ເນື່ອງເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນຢ່າງໄວວາ. ດັ່ງນັ້ນ, ຈຶ່ງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຢູ່ເຂດທີ່ມີຄວາມສ່ຽງ ຈົ່ງຕື່ນຕົວ ແລະ ພ້ອມກັນເຝົ້າລະວັງ
ໄພທີ່ອາດຈະເກີດຂຶ້ນ ໃນລະດູຝົນນີ້. ນອກນັ້ນ, ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງບັນດາອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ, ພະນັກ
ງານ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ໄກທັງພາຍໃນ ແລະ ຕ່າງປະເທດທີ່ໃຫ້ຄວາມຊ່ວຍເຫລືອ ອັນຮິບດ່ວນ
ເປັນຕົ້ນເຄື່ອງນຸ່ງຫົ່ມ, ອາຫານ-ນ້ຳດື່ມ, ຢາປົວພະຍາດ, ເຄື່ອງໃຊ້ຄົວເຮືອນ ຫລື ວັດຖຸເງິນຄຳ ແລະ ອື່ນໆປະກອບສ່ວນຊ່ວຍເຫລືອຜູ້ປະສົບເຄາະຮ້າຍ
ຈາກໄພພິບັດທາງທຳມະຊາດໃນຄັ້ງນີ້.