ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ​ເສນາ​ທິການ​ກອງທັບ ລົງ​ເຄື່ອນ​ໄຫວຊຸກຍູ້ ​ແລະ
ຕິດຕາມ​ໂຄງການ​ກໍ່ສ້າງ​ໂຮງຮຽນທະຫານ​ທ້ອງ​ຖິ່ນແຂວງໄຊສົມບູນ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າ ກົມໃຫຍ່ເສນາທິການກອງທັບລົງເຄື່ອນໄຫວຊຸກຍູ້ ​ແລະ ຕິດຕາມ​ໂຄງການ​ກໍ່ສ້າງ

     ໃນວັນທີ 25 ມິຖຸນາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາ
ທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງຮຽນທະຫານທ້ອງຖິ່ນ ແຂວງ ໄຊສົມບູນ ເຊິ່ງເປັນກຽດ
ຕ້ອນຮັບຂອງ ສະຫາຍ ຫງວຽນ ເທ່ ວີງ ຜູ້ຄຸ້ມຄອງຊີ້ນຳພາກສະໝາມຂອງບໍລິສັດໂກເອໂກ ແລະ ສະຫາຍ ພັນໂທ ເພັດລັງສີ ພິຈິດ ຫົວໜ້າ ຫ້ອງພະລາທິການ ກອງບັນ
ຊາການທະຫານ ແຂວງໄຊສົມບູນ ພ້ອມດ້ວຍຄະນະວິຊາການໃຫ້ການຕ້ອນຮັບ.

     ໂອກາດນີ້ ສະຫາຍ ພັນໂທ ເພັດລັງສີ ພິຈິດ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ ແມ່ນໂຄງການໜຶ່ງທີ່ລັດຖະບານແຫ່ງ
ສສ ຫວຽດນາມ ໃຫ້ທຶນຊ່ວຍເຫຼືອລ້າໃນມູນຄ່າທັງໝົດ 153 ຕື້ດົງ (ສະກຸນເງິນ ຫວຽດນາມ) ເຊິ່ງໂຄງການດັ່ງກ່າວແມ່ນເລ່ີມລົງມືກໍ່ສ້າງມາແຕ່ ວັນທີ 23 ຕຸລາ 2019
ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍ ເດືອນ ມີນາ 2022, ໂຄງການດັ່ງກ່າວມີ 7 ໜ້າວຽກໃຫຍ່ຄື: ໄລຍະທີ I, ແມ່ນການກໍ່ສ້າງຕຶກອຳນວຍການ 3 ຊັ້ນ, ການກໍ່ສ້າງຫ້ອງ
ຮຽນ 3 ຊັນ, ການກໍ່ສ້າງສະໂມສອນ, ການກໍ່ສ້າງເຮືອນນອນພະນັກງານ, ການກໍ່ສ້າງເຮືອນຄົວພະນັກງານ, ການກໍ່ສ້າງເຮືອນນອນກອງຮ້ອຍນັກຮຽນ ແລະ ການກໍ່ສ້າງ
ເຮືອນຄົວນັກຮຽນໃນເນື້ອທີ່ທັງໝົດ 68 ເຮັກຕາ, ເຊິ່ງມາຮອດປັດຈຸບັນແມ່ນມີຄວາມຄຶບໜ້າ 31%, ໂດຍແມ່ນ ບໍລິສັດໂກເອໂກເຂດ 4 ສສ ຫວຽດນາມ ເປັນຜູ້ຮັບເໜົາ
ກໍ່ສ້າງ ແລະ ສ່ວນເສັ້ນທາງເຂົ້າຫາໂຮງຮຽນມີຄວາມຍາວ 7 ກິໂລແມັດ ແມ່ນສຳເລັດແລ້ວ, ຕາຄ່າຍໄຟຟ້າແມ່ນດຶງມາຮອດໂຄງການກໍ່ສ້າງແລ້ວ, ລະບົບນ້ຳລິນແມ່ນສະ
ໜອງໃຫ້ໂຄງການໄດ້ຢ່າງທົ່ວເຖິງ, ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດຕາມແຜນ
ການທີ່ກຳນົດໄວ້ ແລະ ເຮັດດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງການຈັດຕັ້ງມອບໝາຍໃຫ້: ເຖິງ ແມ່ນວ່າຈະມີຄວາມຫຍຸ້ງຍາກທາງດ້ານດິນຟ້າອາກາດກໍ
ຕາມ ແຕ່ດ້ວຍຄວາມເອົາໃຈໃສ່ຂອງ ຄະນະຮັບຜິດຊອບໂຄງການ ບັນດາສະຫາຍຄົງຈະເຮັດສຳເລັດຕາມແຜນການ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາກອງບັນ
ຊາການທະຫານ ແຂວງໄຊສົມບູນ ຈົ່ງເປັນເຈົ້າການໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນການຄຸ້ມຄອງເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ
ກັນ, ພ້ອມນີ້ຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ເຂົາເຈົ້າເປັນຢ່າງດີ ແລະ ເອົາໃຈໃສ່ແກ້ໄຂພື້ນທີ່ ທີ່ນອນຢູ່ໃນໂຄງການ ໃຫ້ເປັນອັນລະອຽດຈະແຈ້ງບໍ່ໃຫ້ມີບັນຫາ, ເອົາ
ໃຈໃສ່ລົງໃກ້ຊິດຕິດແທດກັບຮາກຖານປະຊາຊົນເປັນຕົ້ນ ແມ່ນເຮັດໃຫ້ ສະພາບມີຄວາມສະຫງົບ 100%, ຈາກນັ້ນ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະ
ນະ ກໍໄດ້ລົງເຄື່ອນໄຫວເບິ່ງສະພາບການກໍ່ສ້າງຕົວຈິງ ແລະ ຊຸກຍູ້ຕິດຕາມກວດກາໂຄງການກໍ່ສ້າງຫ້ອງການ ກອງພັນໃຫຍ່ 101, ກອງພັນ 596 ທີ່ຂຶ້ນກັບ ກອງພົນທີ 1.

     ໂອກາດດັ່ງກ່າວຄະນະຮັບຜິດຊອບໂຄງການກໍ່ສ້າງກອງ ພັນໃຫຍ່ 101 ໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາໂຄງການກໍ່ສ້າງແມ່ນໄດ້ລົງມືມາແຕ່ຕົ້ນປີ 2016, ໂດຍ
ແມ່ນ ບໍລິສັດອານຸສອນກໍ່ສ້າງເຄຫາສະຖານ ເປັນຜູ້ຮັບເໜົາກໍ່ສ້າງເຊິ່ງມີ 8 ໜ້າ ວຽກຄື: ໂຄງການກໍ່ສ້າງຫ້ອງການ 2 ຊັ້ນປະຕິບັດໄດ້ພຽງ 18,00%, ສະໂມສອນປະຕິ
ບັດ 13,40%, ເຮືອນນອນຄະນະກອງປະຕິບັດ 55,00%, ເຮືອນນອນໂສດ ປະຕິບັດ 100%, ເຮືອນຄົວກິນປະຕິບັດ 32,00%, ຫ້ອງນໍ້າລວມປະຕິບັດ 50%, ສະໂຕ
ໂດນ້ຳຍັງບໍ່ໄດ້ລົງມື ແລະ ລະບົບໄຟຟ້າປະຕິບັດໄດ້ 90%, ແລະ ມາຮອດໄລຍະໜຶ່ງທາງ ບໍລິສັດຕອບສະໜອງທຶນໃຫ້ບໍ່ທັນຈິ່ງເຮັດໃຫ້ໂຄງການດັ່ງກ່າວ ມີຄວາມຊັກຊ້າ,
ດັ່ງນັ້ນທາງຄະນະອານຸກຳມະການຮັບຜິດຊອບແຕ່ລະພາກສ່ວນຈຶ່ງໄດ້ລົງມາກວດກາ ແລະ ໃຫ້ໂຈະໂຄງການດັ່ງ ກ່າວຈົນມາຮອດປັດຈຸບັນຍັງຢູ່ໃນການຄົ້ນຄວ້າ ແລະ ສຶບ
ຕໍ່ໃຫ້ບໍລິສັດອື່ນເຂົ້າມາປະມູນ.

     ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຮຽກຮ້ອງໃຫ້ຄະນະອານຸກຳມະການ ສືບຕໍ່ກວດກາບັນດາໜ້າວຽກຕ່າງໆ ໃຫ້ເປັນອັນລະອຽດຈະແຈ້ງ ແລະ ສ້າງ
ແຜນເຮັດບົດລາຍງານເພື່ອຂໍທິດຊີ້ນຳຈາກຂັ້ນເທິງເພື່ອໃຫ້ບໍລິສັດອື່ນມາສຶບຕໍ່, ແລະ ໄດ້ຮຽກຮ້ອງຄະນະພັກ-ຄະນະບັນຊາຈົ່ງເປັນເຈົ້າການໃນການຄຸ້ມຄອງປົກປັກຮັກສາ
ວັດຖຸອຸປະກອນຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ, ເອົາໃຈໃສ່ໃນການປ້ອງກັນເວນຍາມເຮັດໃຫ້ສະພາບຢູ່ໃນຂອບເຂດດັ່ງກ່າວ ມີຄວາມສະຫງົບປອດໄພ. ຈາກນັ້ນ ສະຫາຍ
ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງ ໃນການກໍ່ສ້າງເຫັນວ່າຍັງມີຫຼາຍດ້ານທີ່ຍັງບໍ່ເໝາະສົມ ແລະ ບໍ່ໄປຕາມແບບແຜນທີ່ການ
ຈັດຕັ້ງຂັ້ນເທິ່ງກໍຄືກົມກໍ່ສ້າງທີ່ໄດ້ກຳນົດໄວ້ ແລະ ເຮັດໃຫ້ໂຄງການກໍ່ສ້າງມີຄວາມຫຍຸ້ງຍາກ, ຊັກຊ້າ, ແກ່ຍາວ, ດັ່ງນັ້ນຈິ່ງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ, ພ້ອມດ້ວຍ
ຄະນະພັກ-ຄະນະບັນຊາ ແລະ ນັກວິຊາການທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ສືບຕໍ່ກວດກາບັນດາໜ້າວຽກຕ່າງໆ ທີ່ຍັງຄົງຄ້າງ ແລະ ເປັນບັນຫາແກ່ຍາວໃນຕໍ່ໜ້າ, ພ້ອມກັນສຸ່ມ
ໃສ່ໃນການເປັນເຈົ້າການກວດກາຕິດຕາມເປັນແຕ່ລະໄລຍະເພື່ອໃຫ້ທ່ວງທັນກັບສະພາບຕົວຈິງຂອງວຽກງານໃຫ້ໄດ້ຮັບຜົນດີ, ຫຼັງຈາກນັ້ນ ສະຫາຍ ພົນໂທ ສຸວອນ
ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ສືບຕໍ່ລົງເຄື່ອນໄຫວເບິ່ງໂຄງການກໍ່ສ້າງ ກອງພັນ 596 ທີ່ຂຶ້ນກັບ ກອງພັນໃຫຍ່ 101 ເຊິ່ງໂຄງການດັ່ງກ່າວມາຮອດປັດຈຸນີ້ ແມ່ນມີ
ຄວາມຄືບໜ້າໄດ້ປະມານ 80% ໂຄງການແລ້ວ.