ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມຄະນະບັນຊາກອງພັນໃຫຍ່ 702

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະບັນ
ຊາກອງພັນໃຫຍ່ 702 ໃນໂອກາດທີ່ທ່ານເດີນທາງມາເຮັດວຽກຢູ່ແຂວງຊຽງຂວາງ ໃນລະຫວ່າງວັນທີ 26-27 ມິຖຸນາ 2017 ທີ່ຜ່ານມາ ໂດຍມີພັນເອກ
ພວງແກ້ວ ອຸ່ນລາສີ ຮອງເລຂາຄະນະພັກ, ຫົວຫນ້າການທະຫານກອງພັນໃຫຍ່ 702 ເຂົ້າຮ່ວມຮັບຟັງ.


ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມຄະນະບັນຊາກອງພັນໃຫຍ່ 702

     ໂອກາດນີ້, ທ່ານກໍໄດ້ຮັບຟັງການລາຍງານສະພາບກົມກອງໂດຍຫຍໍ້ຈາກ ພັນໂທ ຄຳຫຼ້າ ສິມມະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນ
ໃຫຍ່ 702 ເຊິ່ງປັດຈຸບັນກົມກອງພວມເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃນທຸກດ້ານ ສຸມໃສ່ເຝິກແອບຮໍ່າຮຽນວິຊາສະເພາະຢ່າງຕັ້ງເຮັດໃຫ້ສະພາບໃນກົມ
ກອງມີຄວາມສະຫງົບ ແລະ ປອດໄພ 100% ອັນທີ່ພົ້ນເດັ່ນແມ່ນກົມກອງສຳເລັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ຊຸດທີ I ແລະ ປັດຈຸບັນ
ກຳລັງສືບຕໍ່ ຊຸດທີ II.

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702 ຈົ່ງພ້ອມກັນສືບຕໍ່ປັບປຸງກໍ່ສ້າງ
ກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງກາຍເປັນກົມກອງທີ່ມີແບບແຜນທີ່ທັນສະໄໝ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ສ້າງພັກໃຫ້ປອດໃສ-ເຂັ້ມ
ແຂງໜັກແໜ້ນ, ນຳພາກົມກອງເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ໂອກາດດັ່ງກ່າວທ່ານກໍໄດ້ລົງເບິ່ງການບິນເຝິກແອບຂອງກົມກອງອີກດ້ວຍ.