ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະດັບຫຼຽນໄຊ ໃຫ້ກຸ່ມບໍລິສັດພັດທະນາ
ຊົນນະບົດໃໝ່ ແລະ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ

     ວັນທີ 29 ພຶດສະພາ 2019 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນໄຊໃຫ້ກຸ່ມບໍລິ ສັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາ
ກັດ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະ
ຫາຍ ຄໍາເກີດ ເວີນຄໍາ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະນໍາກະຊວງປ້ອງກັນປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ສະຫາຍ ພົງໄຊ ໄຊຊະນະ ໄຊຍະເສນາ ອໍານວຍການບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການປະກອບສ່ວນເຂົ້າໃນວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາກຸ່ມບໍລິສັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທິດຊີ້ນຳ
ຂອງກົມການເມືອງສູນກາງພັກ, ກໍຄືຄະນະກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ໄດ້ຍາດຜົນງານຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະແມ່ນ
ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ຂອບ
ເຂດຄວາມຮັບຜິດຊອບມີຄວາມສະຫງົບ.


ພົນຕີ ປອ ທອງລອຍ ສີລິວົງ ປະດັບຫຼຽນໄຊໃຫ້ກຸ່ມບໍລິສັດພັດທະນາຊົນນະບົດໃໝ່ແລະບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ

     ໃນພິທີດັ່ງກ່າວ ສະຫາຍ ພັນເອກ ວັນນະວົງ ນັນທະວົງ ຮອງຫົວໜ້າກົມນະໂຍບາຍ ໄດ້ຂຶ້ນອ່ານລັດ ຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການ
ມອບຫຼຽນໄຊແຮງງານຊັ້ນ II , ຊັ້ນ III ໃຫ້ກຸ່ມບໍ ລິສັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ, ພ້ອມນັ້ນ ກໍໄດ້ປະດັບຫຼຽນໄຊພິລະອາດຫານ
ຊັ້ນ II ໃຫ້ແກ່ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ ແລະ ບຸກຄົນ 3 ສະຫາຍ, ປະດັບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ບຸກຄົນ 8 ສະຫາຍ ພ້ອມທັງປະດັບຫຼຽນກາມິດຕະ
ພາບກອງທັບປະຊາຊົນລາວ, ຫຼຽນລະນຶກ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ
ໃຫ້ພະນັກງານຈຳນວນໜື່ງທີ່ມີຄຸນງາມຄວາມດີ ແລະ ຜົນງານດີເດັ່ນຕາມລຳດັບ ໂດຍໃຫ້ກຽດປະດັບຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງ
ພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຕີ ຄໍາສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ, ຫົວ
ໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວໂອ້ລົມ ແລະ ຮຽກຮ້ອງໃຫ້ກຸ່ມບໍລິສັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່
ຈໍາກັດ. ຈົ່ງຮັກສາມູນເຊື້ອຜົນງານອັນດີງາມຕ່າງໆທີ່ຍາດມາໄດ້. ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ, ກະຊວງປ້ອງກັນປະເທດ ກໍຄືຄະນະ
ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ສືບຕໍ່ຮັດແໜ້ນຄວາມສາມັກຄີນໍາທຸກພາກສ່ວນທີ່ກ່ຽວຂ້ອງ, ເພື່ອສືບຕໍ່ພັດທະນາຊົນນະບົດ ແລະ ແກ້
ໄຂຄວາມທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ, ພ້ອມ
ກັນຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປາກົດຜົນ
ຕົວຈິງ.