ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດສະຕາໂທລະຄົມຍ້ອງຍໍຜົນງານ 10 ປີ

     ວັນທີ 29/5/2018 ບໍລິສັດສະຕາໂທລະຄົມໄດ້ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່, ບຸກຄົນ ເນື່ອງໃນໂອກາດວັນສ້າງ
ຕັ້ງບໍລິສັດສະຕາໂທລະຄົມຄົບຮອບ 10 ປີ ( 01/04/2008- 01/04/2018) ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະ
ຈຳ ສປປ ລາວ, ມີປະທານສະພາບໍລິຫານບໍລິສັດ, ຄະນະອຳນວຍການບໍລິສັດ ແລະ ບັນດາທ່ານແຂກຈາກກະຊວງທີ່ກ່ຽວຂ້ອງ ພ້ອມພະນັກງານຢູນີເທວ
ທົ່ວປະເທດ.


ພົນໂທ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊໃຫ້ແກ່ບໍລິສັດສະຕາໂທລະຄົມ

     ພິທີປະດັບຫຼຽນໄຊຂອງບໍລິສັດສະຕາໂທລະຄົມຄັ້ງນີ້ ເພື່ອເປັນການຢັ້ງຢືນເຖິງຜົນງານການສູ້ຊົນບຸກບືນຂອງຢູນີເທວ ເຊິ່ງແມ່ນໝາກຜົນແຫ່ງການ
ຮ່ວມມືຂອງສອງພັກ-ສອງລັດຖະບານ ລາວ-ຫວຽດນາມ, ແມ່ນໝາກຜົນຂອງການສູ້ຊົນບຸກບືນສຸມທຸກເຫື່ອແຮງສະຕິປັນຍາຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງ
ການນຳຮ່ວມກັບພະນັກງານ-ວິຊາການທັງໝົດທົ່ວບໍລິສັດ, ໃນນັ້ນໄດ້ປະດັບຫຼຽນໄຊແຮງງານ, ຊັ້ນ 2 ໃຫ້ແກ່ບໍລິສັດສະຕາໂທລະຄົມ, ປະດັບຫຼຽນໄຊ
ພິລະອາດຫານຊັ້ນ II ຈຳນວນ 15 ສະຫາຍ, ປະດັບຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 42 ສະຫາຍ ໃຫ້ກຽດຂຶ້ນປະດັບຫຼຽນໄຊຄັ້ງນີ້ໂດຍແມ່ນ
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ. ນອກນັ້ນຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງປ້ອງກັນປະເທດ ຈຳນວນ 211 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່
ການເມືອງກອງທັບ ຈຳນວນ 269 ສະຫາຍ.

     ບໍລິສັດສະຕາໂທລະຄົມໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ເມສາ 2008 ໂດຍການຮ່ວມທຸລະກິດ ລະຫວ່າງລາວເອເຊຍໂທລະຄົມ ແລະ ບໍລິສັດຫວຽດເທວ
ໂກລໂບ ທີ່ໄດ້ມີການເຊັນສັນຍາຮ່ວມມືໃນວັນທີ 25/11/2007 ແລະ ເປີດນຳໃຊ້ເຄື່ອງໝາຍການຄ້າຢູນີເທວຢ່າງເປັນທາງການໃນວັນທີ 16/10/2009.

     ຕະຫຼອດໄລຍະເວລາ 10 ປີ ຢູນິເທວມີລາຍຮັບລວມກວ່າ 1,3 ຕື້ USD ແລະ ມອບອາກອນໃຫ້ລັດ 350 ລ້ານ USD, ເປັນເຄືອຂ່າຍທີ່ນອນໃນອັນ
ດັບແຖວໜ້າ, ມີຈຳນວນເລກໝາຍຜູ້ນຳໃຊ້ມືຖື 3 ລ້ານເລກໝາຍ ຫຼື ສ່ວນແບ່ງຕະຫຼາດ 52%, ລະບົບພື້ນຖານໂຄງລ່າງເຕັກນິກກວ້າງໃຫຍ່ທີ່ສຸດ ມີຈຳ
ນວນສູນສະຖານີ ສົ່ງສັນຍານກວ້າງໃຫຍ່ 2G/3G/4G ລວມຫຼາຍກວ່າ 6.000 ສູນ ເຂດປົກຄຸມສັນຍານກວມ 95% ທົ່ວປະເທດ.

     ຜ່ານໄລຍະດຳເນີນທຸລະກິດ 10 ປີແຫ່ງການພັດທະນາ, ໃນໄລຍະຕົ້ນຈາກເຄືອຂ່າຍທີ່ມີສ່ວນແບ່ງຕະຫຼາດທີ່ຢູ່ໃນອັບດັບທ້າຍໃນຂະແໜງການໂທ
ລະຄົມໃນລາວ, ບໍລິສັດໄດ້ສຸມໃສ່ວຽກງານລົງທຶນກໍ່ສ້າງພື້ນຖານໂຄງລ່າງ-ສ້າງ ແລະ ພັດທະນາການບໍລິການໃນທຸກດ້ານໃຫ້ມີຄວາມແຕກຕ່າງນຳເອົາບໍ
ລິການລົງເຖິງເຂດທ້ອງ ຖິ່ນທີ່ຫ່າງໄກສອກຫຼີກໃນຂອບເຂດແຂວງທົ່ວປະເທດ, ເຖິງປັດຈຸບັນຢູນີເທວໄດ້ກາຍເປັນບໍລິສັດໂທລະຄົມທີ່ ຢູ່ໃນລະດັບແຖວ
ໜ້າໃນລາວ ເຮັດໃຫ້ວຽກງານໂທລະຄົມໄດ້ຮັບການຍົກສູງທຽບທັນກັບພາກພື້ນ, ກໍຄືການປະກອບສ່ວນຢ່າງຫຼວງຫຼາຍຕໍ່ການພັດທະນາເສດຖະກິດ-ສັງ
ຄົມ, ຂອງລາວ, ດັ່ງນັ້ນ, ຈິ່ງເປັນສິ່ງຢັ້ງຢືນໄດ້ວ່າ: ການຮ່ວມທຸລະກິດຂອງບໍລິສັດລາວ-ເອເຊຍໂທລະຄົມ ແລະ ບໍລິສັດຫວຽດເທວ ໄດ້ກາຍເປັນຂີດໝາຍ
ແຫ່ງຜົນສຳເລັດຂອງການຮ່ວມມືຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ.

     ນອກຈາກວຽກງານການຂະຫຍາຍລະບົບພື້ນຖານໂຄງລ່າງຢ່າງກວ້າງຂວາງໃນທົ່ວປະເທດ ເພື່ອໃຫ້ສັນຍານປົກຄຸມລົງເຖິງເຂດຫ່າງໄກສອກຫຼີກ ແລະ
ນັບທັງເຂດທີ່ບໍ່ເຄີຍມີສັນຍານໂທລະສັບມືຖືມາກ່ອນເທົ່ານັ້ນ, ວຽກງານປະກອບສ່ວນຊ່ວຍເຫຼືອສັງຄົມຢູນີເທວກໍຖືເປັນສຳຄັນຄຽງຄູ່ກັບວຽກງານດຳເນີນ
ທຸລະກິດໄລຍະຜ່ານມາຢູນີເທວໄດ້ສະໜັບສະໜູນຫຼາຍໂຄງການລວມມູນຄ່າການສະໜັບສະໜູນທັງໝົດແມ່ນ 13 ລ້ານໂດລາ ເຊິ່ງໂຄງການທີ່ພົ້ນເດັ່ນ
ແມ່ນມອບໂຄງການສະໜັບສະໜູນອິນເຕີເນັດລົງສູ່ໂຮງຮຽນຫຼາຍກວ່າ 900 ໂຮງຮຽນນຳໃຊ້ອິນເຕີເນັດແບບບໍ່ເສຍຄ່າ ນຳເອົາຜົນປະໂຫຍດມາສູ່ປະຊາ
ຊົນລາວບັນດາເຜົ່າ.

     ບໍ່ພຽງແຕ່ເທົ່ານັ້ນ ຢູນິເທວ ຍັງໄດ້ຮັບຄວາມເຊື່ອໝັ້ນຈາກລັດຖະບານໃນການເປັນຜູ້ຈັດຕັ້ງຜັນຂະ ຫຍາຍບັນດາລະບົບທີ່ສຳຄັນ ເຊັ່ນ: ສະໜອງຟອນ
ພາສາລາວ, ການສອບເສັງອອນລາຍ olympic ລະບົບຄຸ້ມຄອງພົນລະເມືອງ, ສະໜອງລະບົບ Core Babking ແກ່ທະຫານ ສປປ ລາວ.

     ໃນອະນາຄົດ, ຢູນີເທວ ຍັງຈະສືບຕໍ່ຍົກສູງດ້ານຜະລິດຕະພັນ, ພ້ອມດຽວກັນນັ້ນຍັງພັດທະນາລະບົບເທັກໂນໂລຢີດ້ານການເງິນ - ການທະນາຄານ
4.0, ລະບົບດ້ານຂໍ້ມູນສາທາລະນະສຸກ, ກິລາ ຄວາມບັນເທີງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຍຸກ 4.0 ເພື່ອຍູ້ດັນການພັດທະນາຂອງປະເທດ
ຊາດ.