ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ
ລົງເຄື່ອນໄຫວຢ້ຽມຢາມໜ່ວຍງານກໍ່ສ້າງຮາກຖານກອງພົນທີ 2

     ໃນໂອກາດທີ່ມາເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກທົ່ວອົງຄະນະພັກກອງພົນທີ 2 ນັ້ນ, ໃນວັນທີ 24 ພຶດສະພາ 2017 ນີ້, ທ່ານ
ພົນຈັດຕະວາ ປອ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ ກໍໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມໜ່ວຍງານກໍ່ສ້າງຮາກຖານກອງພົນທີ
2 ທີ່ຈຸດສຸມກຸ່ມບ້ານກໍ່, ບ້ານສະປິ ແລະ ບ້ານສາລາເມືອງໄຊສະຖານແຂວງໄຊຍະບູລີ ເຊິ່ງນໍາພາໂດຍ ພັນເອກ ພັນແສງ ບຸນພັນ ຫົວໜ້າການເມືອງກອງ
ພົນທີ 2 ໂດຍການຕ້ອນຮັບຂອງ ພັນຕີ ສົມບູນ ຈັນປະເສີດ ຫົວໜ້າໜ່ວຍງານກໍ່ສ້າງຮາກຖານ ພ້ອມດ້ວຍບັນດາສະຫາຍພະນັກງານໜ່ວຍງານກໍ່ສ້າງ
ຮາກຖານກຸ່ມບ້ານດັ່ງກ່າວໃຫ້ກຽດຕ້ອນຮັບ.


ພົນຈັດຕະວາ ປອ ວົງຄໍາ ພົມມະກອນ ລົງເຄື່ອນໄຫວຢ້ຽມຢາມໜ່ວຍງານກໍ່ສ້າງຮາກຖານກອງພົນທີ 2

     ໃນໂອກາດທີ່ ພົນຈັດຕະວາ ປອ ວົງຄໍາ ພົມມະກອນ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມໜ່ວຍງານກໍ່ ສ້າງຮາກຖານກອງພົນທີ 2 ທີ່ຈຸດສຸມກຸ່ມບ້ານ
ກໍ່ຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານໃນໄລຍະທີ່ຜ່ານມາໂດຍຫຍໍ້ຈາກຫົວໜ້າໜ່ວຍງານ
ກໍ່ສ້າງຮາກຖານວ່າໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດ
ເວົ້າລວມ ໂດຍສະເພາະກໍຄືຕາມການຊີ້ນໍາຂອງຄະນະພັກກອງພົນທີ 2 ໃນການຫັນ ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນ
ກັບວຽກງານສາມສ້າງນັ້ນ ພວກເຮົາໄດ້ຖືເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບເປັນວຽກງານທີ່ສໍາຄັນ ໃນນັ້ນໄດ້ນໍາເອົາເອກະສານທີ່ສໍາຄັນຕ່າງໆ
ຂອງພັກ, ຂອງກອງທັບລົງໄປຈັດຕັ້ງຜັນຂະຫຍາຍ ແລະ ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່
ແນວທາງແຜນນະໂຍບາຍຂອງພັກບັນດາກົດໝາຍຂອງລັດກໍຄືຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ພ້ອມນັ້ນກໍໄດ້ເອົາໃຈໃສ່ເຄື່ອນໄຫວປະສານສົມ
ທົບແໜ້ນກັບອໍານາດການປົກຄອງທ້ອງຖິ່ນ ແລະ ກໍາລັງປກຊ-ປກສບ້ານເຄື່ອນໄຫວຕ້ານ ແລະ ສະກັດກັ້ນບັນຫາປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ
ພ້ອມທັງໄດ້ປຸກລະດົມພໍ່ແມ່ປະຊາຊົນປະກອບສ່ວນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ຂອບເຂດບ້ານຂອງກົມກອງຮັບຜິດຊອບ
ໄດ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ ພ້ອມນັ້ນກໍໄດ້ປະກອບສ່ວນ ແລະ ຊ່ວຍເຫຼືອອໍານາດການປົກຄອງບ້ານ ແລະ
ພໍ່ແມ່ປະຊາຊົນໃນການພັດທະນາພື້ນຖານໂຄງລ່າງເສດຖະກິດປັບປຸງກໍ່ສ້າງບ້ານ ກໍຄືການສ້າງສາພັດທະນາຄອບ ຄົວໃຫ້ຫຼຸດພົ້ນອອກຈາກຄອບຄົວທຸກ
ຍາກ ໂດຍສັງລວມແລ້ວໃນໄລຍະທີ່ຜ່ານມາເຫັນວ່າບ້ານທີ່ກົມກອງຮັບຜິດຊອບໄດ້ມີໂສມໜ້າໃໝ່ ແລະ ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ປອ ວົງຄໍາ ພົມມະກອນ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາ ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມ
ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍພະນັກງານ ແລະ ໜ່ວຍງານກໍ່ສ້າງຮາກຖານຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງໄດ້ເນັ້ນໜັກ
ແລະ ຮຽກຮ້ອງໃຫ້ຄະນະຊີ້ນໍາ ແລະ ບັນດາສະຫາຍໜ່ວຍງານດັ່ງກ່າວສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບປະຕິວັດ ກໍຄືມູນເຊື້ອຂອງກົມກອງ.