ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

ສຳເລັດການຢ້ຽມຢາມຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

     ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍເສນາທິການກອງທັບ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມ
ຢາມຣາຊະອານາຈັກກໍາປູເຈຍຢ່າງເປັນທາງການໃນລະຫວ່າງວັນທີ 26-27 ພຶດສະພາ 2017 ນີ້. ໂດຍພິທີຕ້ອບຮັບຢ່າງເປັນທາງການໄດ້ຈັດຂຶ້ນທີ່ກອງບັນ
ຊາການທະຫານສູງສຸດ ໂດຍມີ ທ່ານ ພົນເອກ ປົນ ສາເຣືອນ ຜູ້ບັນຊາການທະຫານສູງສຸດກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມຄະ
ນະ ໃຫ້ການຕ້ອນຮັບ.


ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ສຳເລັດການຢ້ຽມຢາມຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

     ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວ ຄະນະຜູ້ແທນການທະຫານຂັ້ນສູງທັງສອງຝ່າຍໄດ້ມີການພົບປະ ແລະ ປຶກສາຫາລືກັນຫຼາຍບັນ
ຫາເປັນຕົ້ນແມ່ນສອງຝ່າຍໄດ້ຕີລາຄາສູງເຖິງໝາກຜົນແຫ່ງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານການທະຫານໃນໄລຍະຜ່ານມາ ແລະ
ພ້ອມກັນວາງທິດທາງແຜນການທີ່ຈະຮ່ວມມືກັນໃນຕໍ່ໜ້າ. ນອກນີ້ສອງຝ່າຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະກໍາມະການ ແລະ ອະນຸກໍາມະການຮ່ວມມືຮັກສາ
ຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ທີ່ໄດ້ອອກແຮງ ແລະ ຮ່ວມມືກັນໃນການສໍາຫຼວດ ແລະ ປັກຫຼັກໝາຍ
ຊາຍແດນທາງບົກ ແລະ ທາງນ້ໍາ; ພ້ອມດຽວກັນນີ້ສອງຝ່າຍຍັງເຫັນດີສະໜັບສະໜູນໃຫ້ມີການແຕ່ງຕັ້ງຄະນະວິຊາການສອງຝ່າຍສືບຕໍ່ລົງສໍາຫຼວດພື້ນ
ທີ່ຊາຍແດນຕົວຈິງຍັງຄົງຄ້າງ ເພື່ອກໍານົດເຂດແດນລະຫວ່າງສອງປະເທດໃຫ້ຖືກຕ້ອງຊັດເຈນກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ
ການຮ່ວມມືກັນ ພັດທະນາຢ່າງຍືນຍົງເພື່ອຜົນປະໂຫຍດລວມຂອງປະຊາ ຊົນສອງຊາດລາວ ແລະ ກໍາປູເຈຍ ໃຫ້ມີຄວາມສະດວກສະບາຍໃນການໄປ
ມາຫາສູ່, ຄ້າຂາຍຖານປະເທດອ້າຍນ້ອງທີ່ເຄີຍມີມູນເຊື້ອແຫ່ງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດຶກດໍາບັນ.

     ໃນໂອກາດທີ່ເດີນທງໄປຢ້ຽມຢາມຣາຊະນາຈັກກໍາປູເຈຍຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະໃນຄັ້ງນີ້ ຍັງໄດ້ເຂົ້າຢ້ຽມຂໍ່າ
ນັບ ທ່ານ ພົນເອກ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກໍາປູເຈຍ ເຊິ່ງທ່ານໄດ້ກ່າວສະແດງຄໍາ
ຍ້ອງຍໍຊົມເຊີຍ ແລະ ຕີລາສູງຕໍ່ການເດີນທາງມາຢ້ຽມຢາມຣາຊາອານາຈັກກຳປູເຈຍຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ພ້ອມຄະນະ ເຊິ່ງເປັນການປະ
ກອບສ່ວນເຂົ້າໃນການສ້າງສາຍພົວພັນທີ່ດີທີ່ເຄີຍມີມາແຕ່ດຶກດຳບັນໃຫ້ເພີ່ມພູນຄູນສ້າງ ແລະ ງອກງາມຍິ່ງໆຂຶ້ນ ພ້ອມກັບອວຍພອນໃຫ້ຄະນະຜູ້ແທນ
ການທະຫານກອງທັບປະຊາຊົນລາວ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມຣາຊະອານາຈັກກໍາປູເຈຍຄັ້ງນີ້. ໃນໂອກາດດຽວກັນ ທ່ານ ພົນຕີ ສຸວອນ
ເລືອງບຸນມີ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນຂອງກອງທັບກຳປູເຈຍອ້າຍນ້ອງຕະຫຼອດໄລ
ຍະຂອງການເດີນທາງມາຢ້ຽມຢາມ ແລະ ຈະນຳເອົາໝາກຜົນຂອງການມາຢ້ຽມຢາມໃນຄັ້ງນີ້ນຳໄປຈັດຕັ້ງຜັນຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ
ກອງທັບລາວ-ກຳປູເຈຍ ໃຫ້ເປັນຮູບປະທຳຕົວຈິງ.