ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ເປີດກອງປະຊຸມ
ສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ 1

     ໃນຕອນເຊົ້າຂອງວັນທີ 29 ມີນາ 2017 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳ
ໄຕມາດ 1/2017 ແລະ ເຜີຍແຜ່ເອກະສານທີ່ສຳຄັນຕ່າງໆຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ກຳ
ມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ ມີຄະນະປະຈຳພັກອົງການ, ຫົວໜ້າກົມ, ຄະ
ນະນຳ, ຫ້ອງການ, ພະແນກການ ແລະຄະນະພັກ-ຄະນະບັນຊາຈາກກົມກອງທີ່ຂຶ້ນກັບ ເຂົ້າຮ່ວມ.


ພົນຈັດຕະວາ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ 1

     ໃນພິທີບັນດາສະຫາຍເລຂາ, ຮອງເລຂາ, ໜ່ວຍພັກແຕ່ລະຮາກຖານໄດ້ພັດປ່ຽນກັນຂຶ້ນລາຍງານສະ ພາບການໂດຍຫຍໍ້ ໃນການເຄື່ອນໄຫວຈັດຕັ້ງ
ປະຕິບັດໜ້າທີ່ວຽກງານໃນຂົງເຂດວຽກງານພັກ-ວຽກງາກການເມືອງຂອງຕົນ ໂດຍສະເພາະວຽກງານການສຶກສາອົບຮົມ-ການເມືອງນຳພາແນວຄິດ, ແບບ
ແຜນການນຳພາຂອງຄະນະພັກ ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອຊອກວິທີແກ້ໄຂໃນໄຕມາດຕໍ່ໄປໃຫ້ດີຂຶ້ນ, ໂດຍສະເພາະວຽກງານ
ແນວຄິດ-ວັດທະນະທຳສຶກສາອົບຮົມໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ ຕິດພັນກັບການຈັດຕັ້ງປາຖະກະຖາມູນເຊື້ອສຳຄັນຕ່າງໆ, ຊຸກຍູ້ຂະບວນການ,
ສະພາບແວດລ້ອມ, ວັດທະນະທຳ-ວັນນະຄະດີໃຫ້ເປັນຂະບວນການຢ່າງຟົດຟື້ນ.

     ໃນໂອກາດນີ້, ສະຫາຍປະທານກໍໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍຮຽກຮ້ອງມາຍັງບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກ-ຄະນະບັນຊາທຸກພາກສ່ວນ
ຈົ່ງເອົາໃຈໃສ່ສືບຕໍ່ຊີ້ນຳ-ນຳພາໃຫ້ພະນັກງານ-ສະມາຊິກພັກໃຫ້ມີ ແນວຄິດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ເພີ່ມທະວີບົດບາດ
ການນຳພາຂອງພັກ ປັບປຸງແບບແຜນວິທີເຮັດວຽກ, ເອົາໃຈໃສ່ປັບປຸງກົມກອງ, ຫ້ອງການ ແລະວຽກງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອແກ້ໄຂ
ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.