ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລໍ້າລຶກວັນແຫ່ງການສ້າງຕັ້ງກອງບັນຊາການທະຫານແຂວງ ສະຫວັນນະເຂດ ຄົບຮອບ 55 ປີ

     ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດງານໂຮມຊຸມນຸມລໍ້າລຶກສະເຫຼີມສະຫຼອງວັນແຫ່ງການສ້າງຕັ້ງກອງບັນ
ຊາການທະຫານແຂວງສະຫວັນນະເຂດ ຄົບຮອບ 55 ປີ ໃນຕອນເຊົ້າຂອງວັນທີ 28 ມີນາ 2017 ນີ້ີ, ທີ່ສະໜາມກີລາກອງບັນຊາການທະຫານແຂວງ
ດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະພັກ-ຄະນະປົກຄອງເມືອງ
ທົ່ວແຂວງ, ບັນດາພະແນກການ, ຂະແໜງການ, ອົງການປົກຄອງຮາກຖານບ້ານ, ກຸ່ມບ້ານອ້ອມຂ້າງອະດີດຄະນະນຳກອງບັນຊາການທະຫານແຂວງ, ພະ
ນັກງານປະຕິວັດອາວຸໂສບຳນານ, ແຂກທີ່ຖືກເຊີນຈາກບັນດາແຂວງອ້ອມຂ້າງ ແລະພາກສ່ວນຕ່າງໆ.


ພົນຕີ ແອສະໄໝ ເລືອງວັນໄຊ ເຂົ້າຮ່ວມງານໂຮມຊຸມນຸມລໍ້າລຶກສະເຫຼີມສະຫຼອງວັນແຫ່ງການສ້າງຕັ້ງກອງບັນຊາການທະຫານແຂວງສະຫວັນນະເຂດ ຄົບຮອບ 55 ປີ

     ໃນບົດປາໄສທີ່ສະເໜີໂດຍ ທ່ານ ພົນຈັດຕະວາ ບົວວັນ ເພັງບຸນທັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການ
ທະຫານແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພາວະ
ວິໄສຂອງການປະຕິວັດລາວໃນໄລຍະສົງຄາມພິເສດຕໍ່ໃສ່ສົງຄາມພິເສດ ເພີ່ມທະວີຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ (ອາເມຣິກາ) ທີ່ຫວັງດັບມອດ
ການປະຕິວັດ ກໍຄືຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງສູນກາງພັກ ແລະກອງບັນຊາການ
ສູງສຸດກອງທັບປົດປ່ອຍປະຊາຊົນລາວໄດ້ຕົກລົງປະກາດສ້າງຕັ້ງກອງບັນຊາການທະຫານແຂວງສະຫວັນນະເຂດຂຶ້ນຢ່າງເປັນທາງການໃນວັນທີ 25 ມີ ນາ
ປີ 1962 ຢູ່ຫ້ວຍອາໃກ້ເມືອງພີນ ແຂວງສະຫວັນນະເຂດເຊິ່ງແມ່ນຂີດໝາຍສຳຄັນໜຶ່ງຢັ້ງຢືນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບ
ອາວຸດປະຊາຊົນ, ໂດຍໄດ້ເຕົ້າໂຮມເອົາບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານເຂດກາງມາປະກອບເປັນຫົວໜ່ວຍການຈັດຕັ້ງໜຶ່ງທີ່ລວມສູນ
ຢູ່ພາຍໃຕ້ການນຳ ພາ-ບັນຊາຂອງກອງບັນຊາການທະຫານແຂວງ ໂດຍແມ່ນ ທ່ານ ສົມສັກ ໄຊສົງຄາມ ເປັນຫົວໜ້າການທະ ຫານ, ທ່ານ ວັນທອງ ລິນ
ສົມພູ ເປັນຫົວໜ້າການເມືອງ, ທ່ານ ລະຄອນສີ ເປັນຮອງການທະຫານ ແລະທ່ານ ຕັງ ພົມມະລີ ເປັນຮອງການເມືອງ.


ສະແດງເດີນສວນສະໜາມ

     ບົດປາໄສຍັງໄດ້ສັງຮວມໃຫ້ເຫັນວ່າຕະຫຼອດຍ່ານທາງ 55 ປີ ແຫ່ງການສ້າງຕັ້ງກອງບັນຊາການທະຫານແຂວງສະຫວັນນະເຂດນັ້ນ, ບັນດາກົມກອງ
ທີ່ຂຶ້ນກັບໄດ້ຮັບການຊີ້ນຳຢ່າງຈົດຈໍ່ໃນການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງທຸກດ້ານ, ທັງໄດ້ເຄື່ອນໄຫວຕີສັດຕູດ້ວຍຫຼາຍຮູບການ
ຫຼາຍຂະໜາດ, ດ້ວຍສິລະປະການທະຫານທີ່ປະດິດສ້າງ, ທັງສູ້ຮົບເອກະລາດ, ທັງສູ້ຮົບປະສານກັບບັນດາກົມກອງເຫຼົ່າຮົບ, ກັບກຳລັງຫຼວງ, ກຳລັງກອງ
ຫຼອນ ແລະກຳລັງທະຫານອາສາສະໝັກຫວຽດນາມ ຍິ່ງຕີກໍຍິ່ງມີປະສົບປະການ, ມີບົດຮຽນ ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຈາກໄຊຊະນະນີ້ກ້າວໄປສູ່ໄຊຊະ
ນະໃໝ່ໃຫຍ່ຫຼວງກວ່າເກົ່າ ເດັ່ນກວ່າໝູ່ແມ່ນໃນບັ້ນຮົບລາມເຊີນ 719, ບັ້ນຮົບສອນໄຊ ແລະບັ້ນຮົບອື່ນໆທີ່ມີລັກສະນະຍຸດທະສາດ, ປະກອບສ່ວນ
ອັນສຳຄັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງການປະຕິວັດຕີທັບມ້າງກົນອຸບາຍຮຸກຮານ, ຄອບຄອງລາວ ຂອງຈັກກະພັດອາເມຣິກາ ໂດຍສະເພາະ
ແມ່ນສົງຄາມພິເສດ ແລະສົງຄາມພິເສດເພີ່ມທະວີຂອງອາເມຣິກາໃຫ້ປະລາໄຊຢ່າງເຈັບແສບ, ກ້າວໄປເຖິງຍາດເອົາໄຊຊະນະອັນສົມບູນໃນຂອບເຂດ
ທົ່ວປະເທດ ແລະສະຖາປະນາລະບອບໃໝ່ ສປປ ລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975.

     ຕະຫຼອດໄລຍະແຫ່ງການສ້າງຕັ້ງ, ປັບປຸງກໍ່ສ້າງກຳລັງ ແລະເຄື່ອນໄຫວສູ້ຮົບຂອງກອງບັນຊາການທະຫານແຂວງສະຫວັນນະເຂດໃນ 55 ປີຜ່ານມານັ້ນ
ແມ່ນເຕັມໄປດ້ວຍການທົດສອບທີ່ລະອິດລະອ້ຽວຂ້ຽວ ຂາດສັບສົນ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງຂອງພະນັກງານ-ນັກຮົບລຸ້ນຕໍ່ລຸ້ນ ແຕ່
ກໍ່ສ້າງໄດ້ຜົນງານວີລະກຳອັນດີເດັ່ນຫຼາຍປະການຈາລິຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ ກໍຄືຂອງທ້ອງຖິ່ນແຂວງຂອງຕົນ ເຊິ່ງພັກ-ລັດໄດ້ຕົກລົງ
ຍ້ອງຍໍກົມກອງລວມໝູ່ ແລະບຸກຄົນຫຼາຍລະດັບຢ່າງສົມກຽດ, ໃນນີ້ມີ 4 ກົມກອງ ແລະ4 ຮາກຖານບ້ານ, ຕາແສງໄດ້ຮັບນາມມະຍົດວີລະຊົນ, ມີ 5 ສະ
ຫາຍໄດ້ຮັບນາມມະຍົດເປັນວີລະຊົນແຫ່ງຊາດ, ມີ 6 ສະຫາຍ ໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນ, ມີ 2 ກົມກອງ ແລະ12 ຮາກຖານບ້ານ, ຕາແສງ
ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II.

     ກ່າວຄຳເຫັນໃນໂອກາດອັນມີຄວາມໝາຍສຳຄັນທາງປະຫວັດສາດດັ່ງກ່າວ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ສະແດງຄວາມຂໍ່ານັບຊົມເຊີຍຕີລາ
ຄາສູງຕໍ່ບົດບາດອັນຕັ້ງໜ້າຂອງກອງບັນຊາການທະຫານແຂວງສະຫວັນນະເຂດຕະຫຼອດໄລຍະ 55 ປີ ເຊິ່ງຍາມໃດກໍມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດ
ຊາດ ແລະຕໍ່ປະຊາຊົນ, ຜ່ານຜ່າໄດ້ທຸກອຸປະສັກຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍທົດສອບນາໆປະການເຮັດສຳເລັດພາລະກຳອັນໜັກໜ່ວງ ແຕ່ມີກຽດສະຫງ່າ
ທີ່ພັກ, ປະເທດຊາດ ແລະປະຊາຊົນມອບໝາຍໃຫ້, ພ້ອມນີ້ສະຫາຍກໍໄດ້ຍົກໃຫ້ເຫັນສະພາບແວດລ້ອມຂອງພາກພື້ນ ແລະສາກົນໃນໄລຍະໃໝ່ທີ່ມີການ
ຜັນແປໄປຢ່າງສະຫຼັບສັບຊ້ອນ ມີທັງກາລະໂອກາດເອື້ອອຳນວຍ, ມີທັງສິ່ງທ້າທາຍທົດສອບທີ່ຄາດຄະເນລ່ວງໜ້າໄດ້ຍາກ, ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ຄະ
ນະພັກ-ຄະນະບັນຊາແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງສະຫວັນນະເຂດ, ສືບຕໍ່ເປັນເຈົ້າການປະຕິບັດແນວ
ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ໂດຍສະເພາະແມ່ນຄາດໝາຍໃຫຍ່ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ
ວາງອອກ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂດຍຖືເອົາຄຸນນະພາບເປັນກົກ, ເອົາໃຈໃສ່ເຮັດວຽກງານຫັນລົງກໍ່
ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງຄອບຄົວ, ບ້ານເຂັ້ມແຂງ ດ້ານປ້ອງກັນຊາດ, ບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນໃຫ້ເພີ່ມ
ຂຶ້ນດ້ານຈຳນວນ ແລະຄຸນນະພາບ ຕິດພັນກັບວຽກງານ 3 ສ້າງທີ່ພັກວາງອອກ, ພ້ອມກັບທົ່ວປວງຊົນເພີ່ມທະວີນ້ຳໃຈຮັກຊາດ, ຍົກສູງສະຕິລະວັງຕົວຕໍ່
ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງຈັກກະພັດ, ອິດທິກຳລັງປໍລະປັກຕ່າງໆ ແລະພວກກຸ່ມຄົນບໍ່ຫວັງດີ ເດັດດ່ຽວປົກປັກຮັກສາເອກະລາດ, ອຳ
ນາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນເຮັດໃຫ້ສະພາບທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ມີຄວາມ
ສະຫງົບຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.