ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ


ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ

     ໂດຍປະຕິບັດຕາມທິດຊີ້ນຳຂອງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງສະເຫຼິມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ
ຮອບ 71 ປີ ໃນທົ່ວກອງທັບປະຊາຊົນ ລາວ ຄະນະຮັບຜິດຊອບໂຄງການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກກອງທັບ ລາວ-ຣັດເຊຍ ຈຶ່ງໄດ້ຈັດຕັ້ງພິທີລະນຶກຫວນ
ຄືນມູນເຊື້ອປະຫວັດສາດ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 71 ປີ ທີ່ຜ່ານມາໃຫ້ບັນດານາຍ ແລະ ພົນທະຫານ
ລາວ-ຣັດເຊຍ ທີ່ພວມກຳລັງປະຕິບັດໜ້າທີ່ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ເດີ່ນບິນທົ່ງໄຫຫີນ ແຂວງ ຊຽງຂວາງ ໄດ້ຮັບຮູ້ປະຫວັດສາດຂອງຊາດລາວ ແລະ
ຮັບຮູ້ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບແຫ່ງ ສປປ ລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2020 ນີ້, ຢູ່ທີ່ແຂວງ ຊຽງຂວາງ ໂດຍການເປັນປະ ທານຂອງ ສະ
ຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນຳໂຄງການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລາວ-ຣັດ
ເຊຍ, ມີ ສະຫາຍ ພັນໂທ ໂປຣຄູນົບ ອາເລັກຊານເດີ ເຊເກເຢຍວິດ ຫົວໜ້າ ບັນຊາກຳລັງກວດກູ້ລະເບີດສາກົນກຳລັງປະກອບອາວຸດ ສະຫະພັນ ຣັດເຊຍ, ມີບັນດາສະຫາຍ
ຄະນະຊີ້ນຳຕະຫຼອດຮອດວິຊາການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລາວ-ຣັດເຊຍເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ເລົ່າຄືນສະພາບການກ່ອນການສ້າງຕັ້ງກອງທັບ ປະຊາຊົນລາວ, ເຊິ່ງຍົກໃຫ້ເຫັນມູນເຊື້ອປະຕິວັດການຕໍ່ສູ້ຢ່າງພິລະອາດ
ຫານຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດຈົນນໍາໄປສູ່ການກໍາເນີດເກີດຂຶ້ນເປັນ ກອງທັບປະຊາຊົນລາວ ແລະ ປະກາດສ້າງຕັ້ງຢ່າງເປັນທາງການໃນວັນທີ 20 ມັງກອນ
1949 ຜ່ານເສັ້ນທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ
ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດ
ສໍາເລັດພະລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາໄຊຊະນະພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພ້ອມດ້ວຍ
ລູກແຫຼ້ງຕີນມືຂອງພວກເຂົາ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງ ສະຫງ່າຜ່າເຜີຍ, ມາເຖິງ
ປັດຈຸບັນຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ. ຜ່ານໄລຍະ 71 ປີ ແຫ່ງການກຳເນີດເຕີບໃຫຍ່
ກອງທັບເຮົາຍັງເສີມຂະຫຍາຍທາດແທ້ປະຕິວັດ ມູນເຊື້ອອັນສະຫງ່າງາມຂອງຊາດໃຫ້ໝັ້ນຄົງ ບົນພື້ນຖານມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມ
ນິຍົມ, ມີລະບຽບແບບແຜນ, ມີຄວາມເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ.