ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຈັນສີ ໂພສີຄຳ ຢ້ຽມຢາມເຂດພັດທະນາຈຸດສຸມຄັງວຽງ

     ໃນວັນທີ 24 ມັງກອນ 2019 ນີ້, ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມ
ດ້ວຍຄະນະໄດ້ລົງຢ້ຽມຢາມເຂດພັດທະນາຈຸດສຸມຄັງວຽງ ເມືອງໝອກແຂວງຊຽງຂວາງ ເຊິ່ງໄດ້ຕ້ອນຮັບໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ທັງເປັນຫົວໜ້າພັດທະນາຈຸດສຸມຄັງວຽງພ້ອມດ້ວຍການນຳແຂວງ, ເມືອງ, ບັນດາພະ
ນັກງານຮາກຖານຢູ່ຈຸດສຸມ ແລະ ພະນັກງານນັກຮົບໃຫ້ການຕ້ອນຮັບ.

     ໂອກາດນີ້ ທ່ານ ພົນໂທ ສຸວອນເລືອງບຸນມີ ກໍໄດ້ລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດແຜນການພັດທະນາກໍ່ສ້າງກຸ່ມບ້ານຄັງວຽງແຕ່ປີ 2013-2018 , ເຊິ່ງ
ຄະນະຮັບຜິດຊອບເຂດພັດທະນາຈຸດສຸມໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ, ແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ ໂດຍໄດ້ນຳເອົາແນວທາງນະໂຍບາຍຂອງພັກ-ລັດ
ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນເອກະສານຕາມວຽກງານສາມສ້າງ, 4 ເນື້ອໃນ 4 ຄາດໝາຍ ໃນການກໍ່ສ້າງຮາກຖານການເມືອງຜ່ານການເຜີຍແຜ່ສາມາດເຮັດໃຫ້ປະ
ຊາຊົນມີຄວາມຮັບຮູ້ທາງດ້ານການເມືອງສູງຂຶ້ນກວ່າເກົ່າ, ສິດປະຊາທິປະໄຕໄດ້ຮັບການເສີມຂະຫຍາຍ, ສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ,ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງໄດ້ຮັບການເຊີດຊູຢ່າງຕໍ່ເນື່ອງ. ນອກນີ້ຍັງສຸມໃສ່ວຽກງານສົ່ງເສີມການຜະລິດໃຫ້ເປັນສິນຄ້າໄດ້ຊຸກຍູ້ປະຊາຊົນມີຄວາມຕື່ນຕົວທຳການຜະລິດຕາມ
ແຜນພັດທະນາຂອງແຂວງ, ເມືອງວາງອອກໂດຍຖືເອົາການປູກຝັງ-ລ້ຽງສັດເປັນຕົ້ນຕໍປັດຈຸບັນເຂດພັດທະນາຈຸດສຸມຄັງວຽງມີເນື້ອທີ່ນາທັງໝົດ 171 ເຮັກຕາ,ຜົນໄດ້
ຮັບ 1.792,5 ໂຕນຕໍ່ປີ, ເນື້ອທີ່ໄຮ່ 380 ເຮັກ. ຜົນໄດ້ຮັບ1.989 ໂຕນຕໍ່ປີ, ສະເລ່ຍໃສ່ຫົວຄົນ 600 ກິໂລຕໍ່ຄົນຕໍ່ປີ, ເນື້ອທີ່ປູກຫຍ້າ 227 ເຮັກຕາ, ມີຄວາຍ672 ໂຕ,
ງົວ 1.469 ໂຕ, ມ້າ 28ໂຕ, ໝູ 1.035 ໂຕ, ແບ້ 651 ໂຕ,ສັດປີກ 5.820 ໂຕ, ປະຊາຊົນພາຍໃນກຸ່ມບ້ານສາມາດສ້າງລາຍຮັບໄດ້ 22 ຕື້ກວ່າກີບສະເລ່ຍໃສ່ຫົວຄົນ
2.256.000 ກີບຕໍ່ຄົນຕໍ່ປີ, (ຕາມຕົວເລກປີ2018), ໄດ້ສ້າງສູນຜະລິດກະສິກຳ 3 ແຫ່ງຄື: ສູນຜະລິດທົ່ງເປີ, ສູນຜະລິດນ້ຳທົ່ງ ແລະ ສູນຜະລິດຫ້ວຍຫົກເຊິ່ງໄດ້ທົດ
ລອງປູກຕົ້ນໝາກແອັບເປີ້ນ, ໝາກຄາຍ, ໝາກກ້ຽງ, ໝາກອະງຸ່ນ, ກາເຟ, ສາລີຈຳນວນ 2 ເຮັກຕາ, ປູກຫຍ້າເນເປຍ 15 ເຮັກຕາ, ຫຍ້າລູຊີ 6 ເຮັກຕາ, ຜ່ານການທົດ
ລອງແມ່ນຍັງຢູ່ໃນການຄົນຄວ້າ, ວິໄຈ, ທົດລອງລ້ຽງງົວພັນພື້ນເມືອງຢູ່ສູນຜະລິດນ້ຳທົ່ງເລີ່ມແຕ່ປີ 2015 ຈຳນວນ24 ໂຕ ປັດຈຸບັນມີງົວ 62 ໂຕ.

     ໂອກາດນີ້ທ່ານ ຈັນສີ ໂພສີຄຳ ກໍໄດ້ໃຫ້ທິດຊີ້ນຳແກ່ຄະນະຮັບຜິດຊອບເຂດພັດທະນາຈຸດສຸມຄັງວຽງສຶບຕໍ່ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ສ້າງມາ
ໄດ້ ຕັ້ງໜ້າສຶກສາອົບຮົມການເມືອງນຳພາແນວຄິດໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີສະຕິຕື່ນຕົວເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.