ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຕີລາຄາການນຳພາຕໍ່ຂົງເຂດຕ່າງໆປະຈຳປີຜ່ານມາ


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ IV

     ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ IV ໄດ້ຈັດຂຶ້ນໃນວັນທີ 29-30 ມັງກອນ 2018 ນີ້, ຢູ່ທີ່ຫ້ອງປະ
ຊຸມກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະ
ຊວງປ້ອງກັນປະເທດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນກ່າວໄຂກອງປະຊຸມ ເຊິ່ງບາງຕອນສຳຄັນສະຫາຍໄດ້ກ່າວວ່າ: ໃນ 1 ປີ ຜ່ານມາ ພາຍໃຕ້
ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກກະຊວງ, ກໍຄືຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານ
ຈຸດສຸມຂອງກະຊວງພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານທີ່ເປັນພື້ນຖານ ເປັນຕົ້ນແມ່ນໄດ້ສຸມໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດມະຕິວ່າ
ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງວາງອອກເຂົ້າສູ່ຊີວິດຕົວຈິງຂອງກົມກອງທ້ອງຖິ່ນ, ຮັບປະກັນໄດ້ຄວາມສະຫງົບປອດໄພໃຫ້
ແກ່ວັນບຸນ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ນັບທັງລະດັບຊາດ ແລະ ລະດັບສາກົນ, ເຮັດໃຫ້ສະພາບທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ, ມີສະ
ຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ການພັດທະນາເສດຖະກິດ-ສັງຄົມຍັງສືບຕໍ່
ຂະຫຍາຍຕົວຢ່າງຕໍ່ເນື່ອງຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ນັກຮົບໃນທົ່ວກອງທັບໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງ
ທັບໄດ້ມີຫຼາຍດ້ານພົ້ນເດັ່ນຂຶ້ນກວ່າເກົ່າ.

     ເນື້ອໃນຂອງກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພ້ອມກັນສຸມໃສ່ສະຫຼຸບຕີລາຄາຄືນການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດປະຈໍາປີ
2017 ແລະ ພ້ອມກັນກໍານົດທິດທາງແຜນການວຽກງານຈຸດສຸມຕ່າງໆ ເພື່ອພ້ອມກັນສືບຕໍ່ນໍາພາໃນປີ 2018 ຫຼັງຈາກນັ້ນແມ່ນຈະໄດ້ຫັນເປັນມະຕິຄັ້ງທີ
5 ສະໄໝທີ IV ຂອງຄະນະບໍລິຫານພັກກະຊວງປ້ອງກັນປະເທດ ພ້ອມກັນເອກະພາບບາງວຽກງານທີ່ຈະສຸມໃສ່ນໍາພາໃນປີ 2018 ໂດຍສະເພາະແມ່ນວຽກ
ງານກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເຊິ່ງການຄົ້ນຄວ້າບັນດາເນື້ອໃນກອງປະຊຸມໃນເທື່ອນີ້ຈິດໃຈແມ່ນໃຫ້ສ້າງ
ໃຫ້ໄດ້ຄວາມເປັນເອກະພາບໃນ ການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້
ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມ
ຕົວຈິງຂອງກອງທັບ ແລະ ຊຸກຍູ້ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງວາງອອກດ້ວຍຈິດໃຈບຸກທະລຸສ້າງໃຫ້ມີການ
ຫັນປ່ຽນດີຂຶ້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ຮຽກຮ້ອງໃຫ້ບັນດາຄະນະບໍລິຫານງານພັກກະຊວງ ຈົ່ງພ້ອມກັນຍົກສູງຄວາມຮັບ
ຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມໃຫ້ມີເນື້ອໃນເລິກເຊິ່ງ ບັນລຸໄດ້ຕາມຈຸດປະ
ສົງຄາດໝາຍທີ່ວາງໄວ້.