ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍກົມກອງຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບ

     ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງກອນ ປີ 1949-20 ມັງກອນ 2017) ຜ່ານມານີ້, ໄດ້ມີຫຼາຍກົມກອງຈັດຕັ້ງ
ປາຖະກະຖາມູນເຊື້ອຂອງກອງທັບປະຊາຊົນລາວ ໃນນີ້ມີ: ກົມໃຫຍ່ການເມືອງກອງທັບ ແລະກອງພັນໃຫຍ່ 11 ປາຖະກະຖາໂດຍ ທ່ານ ພົນຈັດຕະວາ ເຫຼົາ
ແກ້ວປະເສີດ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຢູ່ວິທະຍາຄານພະລາທິການກອງທັບ ປາຖະກະຖາໂດຍ ພັນໂທ ພົມມາ ດາລາວົງ ຮອງຫົວ
ໜ້າຫ້ອງການເມືອງວິທະຍາຄານພະລາທິການ ແລະຢູ່ກອງພົນທະຫານຮາບທີ 2 ປາຖະກະຖາໂດຍ ພັນໂທ ວົງເພັດ ເພັງພະນິດ ຫົວໜ້າຫ້ອງການເມືອງ
ກອງພົນທີ 2 ແລະອີກຫຼາຍໆແຫ່ງ.

                                
                                                                           ທ່ານພົນຈັດຕະວາ ເຫຼົາ ແກ້ວປະເສີດ ໃຫ້ກຽດປາຖະກະຖາວັນສ້າງຕັ້ງກອງທັບ

     ໃນແຕ່ລະບ່ອນຜູ້ປາຖະກະຖາໄດ້ທົບທວນຄືນປະຫວັດມູນເຊື້ອແຫ່ງການສ້າງຕັ້ງ, ວິວັດທະນາການ, ສະພາບແວດລ້ອມແຫ່ງການປັບປຸງກໍ່ສ້າງກອງ
ທັບປະຊາຊົນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສູ້ຮົບມີໄຊ, ສ້າງ ໄດ້ຜົນງານ ແລະທາດແທ້ມູນເຊື້ອອັນສະຫງ່າງາມສົມເປັນກອງທັບວີລະຊົນຂອງຊາດລາວ
ວີລະຊົນ ຜ່ານການ ທົດສອບຫຼໍ່ຫຼອມໃນຂະບວນການວິວັດແຫ່ງການຕໍ່ສູ້ເພື່ອປົດປ່ອຍຊາດ, ປົດປ່ອຍປະຊາຊົນອອກຈາກການກົດ ຂີ່ຂູດຮີດຂອງສັກດີນາ
ແລະຕ່າງຊາດ, ເພື່ອນຳເອົາເອກະລາດຄວາມມີອິດສະຫຼະພາບມາສູ່ປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງນຳພາໂດຍ
ກົງ, ເດັດຂາດ, ຮອບດ້ານ. ການຈັດຕັ້ງ ປາຖະກະຖາແຕ່ລະແຫ່ງເປັນການສຶກສາອົບຮົມໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບທຸກຄົນຮຸ້ນ ສືບ
ທອດໄດ້ຮັບຮູ້ເຂົ້າໃຈແຈ້ງກ່ຽວກັບມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນລາວ, ທັງເປັນການເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນຊົນ
ຊັ້ນ, ມີມານະຈິດປະຕິວັດ, ຕັ້ງໜ້າເສີມຂະຫຍາຍທາດແທ້ມູນ ເຊື້ອອັນດີງາມຂອງພະນັກງານ-ນັກຮົບຮຸ້ນກ່ອນເຂົ້າໃນພຶດຕິກຳຕົວຈິງຂອງຕົນເອງ ແລະກົມ
ກອງປະກອບ ສ່ວນເຂົ້າໃນການປົກປັກຮັກສາພັດທະນາປະເທດຊາດໃຫ້ໝັ້ນຄົງຖາວອນຈະເລີນກ້າວໜ້າ ເຮັດໃຫ້ສົມວ່າກອງ ທັບຂອງປະຊາຊົນລາວ, ມາ
ຈາກປະຊາຊົນ ແລະສູ້ຮົບເພື່ອຜົນປະໂຫຍດຂອງປະຊາຊົນ ແລະສົມເປັນພາຫະນະອັນແຫຼມຄົມຂອງພັກ ແລະລັດຢ່າງແທ້ຈິງ.