ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳ ວປກ ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ

     ໃນວັນທີ 19 ມັງກອນ 2017 ນິ້, ຄະນະນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20/11949-20/1/2017) ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຄຳ
ຫຼ້າ ພັນໄຊຍະສຸກ ຄະນະພັກກະຊວງ, ຫົວໜ້າການເມືອງ ວປກ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນຄະນະນຳ
ກະຊວງປ້ອງກັນປະເທດ.

                                
                                                                          ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ພ້ອມຄະນະເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ

     ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບ ໄດ້ຕາງໜ້າຄະນະນຳກະຊວງສະແດງຄວາມຂອບ ໃຈມາຍັງຄະນະນຳ ວປກ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ
ພ້ອມກັນຈັດຕັ້ງສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃຫ້ມີຄວາມໝາຍໜັກແໜ້ນ, ມີຄວາມສະຫງົບ ແລະປອດໄພຮອບ
ດ້ານ ກຳນົດເອົາວັນສຳຄັນດັ່ງກ່າວເປັນການແຂ່ງຂັນເພື່ອສ້າງຜົນງານປັບປຸງ ວປກ ໃຫ້ ເຂັ້ມແຂງກ້າວໜ້າ ແລະມີແບບແຜນທີ່ທັນສະໄໝ, ເຮັດສຳເລັດ
ໜ້າທີ່ທີ່ພັກລັດ ແລະປະຊາຊົນມອບໝາຍໃຫ້.