ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບບັນດາໂຄງການກໍ່ສ້າງຢູ່ກອງພັນໃຫຍ່ 605

     ໂຄງການກໍ່ສ້າງຢູ່ກອງພັນໃຫຍ່ 605 ຫຼາຍໂຄງການໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນເດືອນກັນຍາ ເຖິງທ້າຍເດືອນທັນວາ 2016 ໄດ້ສຳເລັດການກໍ່ສ້າງ
ເປັນທີ່ຮຽບຮ້ອຍ ເຊິ່ງໂຄງການກໍ່ສ້າງປະກອບມີ: ເຮືອນຍາມເຕັກນິກ 1 ຫຼັງ ມີມູນຄ່າ 131.967.412 ກີບ, ຮົ້ວຕານ່າງເຫຼັກຍາວ 792 ແມັດ, ມູນຄ່າ
351.786.337 ກີບ, ກໍ່ສ້າງຫ້ອງນ້ຳ 1 ຫຼັງ ມູນຄ່າ 81.244.178 ກີບ, ກໍ່ສ້າງບ່ອນລ້າງ-ອັດສີດໃໝ່ ແລະສ້ອມແປງບ່ອນອັດສີດເກົ່າສຳເລັດ 2 ຈຸດ
ມູນຄ່າ 134.899.647 ກີບ, ສ້ອມແປງກະລາລົດ-ອູ່ສ້ອມແປງ 1 ຫຼັງ ມູນຄ່າ 87.456.827 ກີບ, ສ້ອມແປງລະບົບນ້ຳໃຊ້ໃຫ້ສົມບູນ ມູນຄ່າ
55.210.884 ກີບ, ຜະລິດຕູ້ມ້ຽນປືນ 12 ໜ່ວຍ ມູນຄ່າ 35.520.000 ກີບ, ເຮັດຮ້ານມ້ຽນເຄື່ອງແສງສາດ 12 ຮ້ານ ມູນຄ່າ 10.200.000 ກີບ
ແລະຊື້ເຄື່ອງອາໄລ່ສ້ອມແປງ ມູນຄ່າ 85.000.000 ກີບ ເຊິ່ງໂຄງການດັ່ງກ່າວລວມມູນຄ່າທັງໝົດ 937.285.000 ກີບ ໂດຍແມ່ນທຶນຂອງກະຊວງ
ສະໜອງໃຫ້ ສ່ວນແຮງງານການກໍ່ສ້າງແມ່ນກົມກອງເປັນຜູ້ກໍ່ສ້າງ.

                                
                                                                         ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ມອບບັນດາໂຄງການກໍ່ສ້າງຢູ່ກອງພັນໃຫຍ່ 605

     ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 18 ມັງກອນ 2017, ເຊິ່ງກ່າວມອບໂດຍແມ່ນ ທ່ານ ພົນຈັດຕະ ວາ ວຽງສະຫວັນ ລາດສະເພົາ ຄະນະພັກກົມ
ໃຫຍ່ເຕັກນິກ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ກ່າວຮັບແມ່ນ ພັນເອກ ປະເສີດ ທ່ຽງທຳ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່
605 ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

     ໂອກາດນີ້, ພັນເອກ ປະເສີດ ທ່ຽງທຳ ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນ ໃຫຍ່ 605 ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດ
ຂັ້ນເທິງທີ່ມີຄວາມເປັນຫ່ວງເປັນໄຍ ແລະໃກ້ຊິດຕິດແທດ ເພື່ອສ້າງໃຫ້ກົມກອງຂອງຕົນມີໃບໜ້າອັນໃໝ່ດີຂຶ້ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະປົກປັກ
ຮັກສາ ແລະນຳໃຊ້ໂຄງການກໍ່ສ້າງດັ່ງກ່າວໃຫ້ມີປະສິດທິຜົນ ແລະໃຊ້ໄດ້ຍາວນານ.