ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ

     ໃນຕອນເຊົ້າຂອງວັນທີ 24 ມັງກອນ 2017 ນີ້, ທີ່ອົງການໄອຍະການປະຊາຊົນສູງສຸດໄດ້ຈັດຕັ້ງປາຖະກະຖາມູນເຊື້ອກອງທັບ ເນື່ອງໃນວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 68 ປີ ( 20 ມັງກອນ 1949-20 ມັງກອນ 2017), ໃຫ້ກຽດປາຖະກະຖາໂດຍ ທ່ານ ພົນຈັດຕະວາ ສອນທອງ ພົມ
ລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມຮັບຟັງປາຖະກະຖາຄັ້ງນີ້ມີຄະນະພັກ, ຄະນະນຳອົງການໄອ
ຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຫ້ອງການ, ອົງການໄອຍະການປະຊາຊົນພາກກາງ ແລະສະຖາບັນຄົ້ນຄວ້າ ແລະເຝິກອົບຮົມໄອຍະການ ພ້ອມ
ດ້ວຍພະນັກງານເຂົ້າຮ່ວມ 100 ກວ່າຄົນ.

                                
                                                                        ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ

     ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເລົ່າຄືນເຖິງປະຫວັດມູນເຊື້ອວັນທີ 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບລາວອິດສະຫຼະ
(ກອງທັບປະຊາຊົນລາວໃນປັດຈຸບັນ) ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ
ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ; ນັບແຕ່ໄດ້ຮັບການສ້າງຕັ້ງມາພາຍໃຕ້ການນຳພາຂອງພັກທີ່ມີແນວທາງການເມືອງ ແລະການທະຫານອັນຖືກ
ຕ້ອງ ແລະປະດິດສ້າງ, ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງ ແລະກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ
ໃນແຕ່ລະໄລຍະ. ອັນພົ້ນເດັ່ນແມ່ນໄລຍະປີ 1973-1975 ເປັນໄລຍະຕໍ່ສູ້ປົກປັກຮັກສາສັນຕິພາບຄວາມຖືກຕ້ອງປອງດອງຊາດ, ປຸກລະດົມຂົນຂວາຍ
ປະຊາຊົນບຸກໂຈມຕີຮອບດ້ານ ແລະນຳໃຊ້ 3 ບາດຄ້ອນຍຸດທະສາດ ນັ້ນກໍຄືການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດ ແລະ
ການແຍກຕົວອອກຂອງກຳລັງທະຫານສັດຕູ, ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ ໃນວັນທີ 2 ທັນວາ 1975. ພ້ອມກັນນີ້ ກອງທັບປະຊາຊົນລາວຍັງໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນພາ ລະກິດປົກປັກຮັກສາ ແລະສ້າງສາພັດ
ທະນາປະເທດຊາດ, ສ້າງຜົນງານໃນຫຼາຍດ້ານພົ້ນເດັ່ນແມ່ນສາມາດປ້ອງກັນ, ປົກປັກຮັກສາເຂດນໍ້າແດນດິນ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນ
ຄົບຖ້ວນຂອງຊາດລາວໄວ້ໄດ້ຢ່າງໝັ້ນຄົງ.