ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ປອ ບຸນທອງ ຈິດມະນີ ລົງຢ້ຽມຢາມກອງພັນໃຫຍ່ 605

     ໃນຕອນເຊົ້າຂອງວັນທີ 20 ມັງກອນ 2017 ນີ້, ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະ
ທານກວດກາສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ລົງ
ຢ້ຽມຢາມ ແລະໂອ້ລົມນາຍ ແລະພົນທະຫານຢູ່ກອງພັນໃຫຍ່ 605 ທີ່ພາທາງໂດຍ ທ່ານ ພົນຈັດຕະວາ ຈັນທອງ ສອນ ຕະອາດ ຄະນະພັກກະຊວງ, ຮອງ
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 68 ປີ ໂດຍການຕ້ອນຮັບຈາກ ພັກເອກ ຄຳເພົ້າ ອິນ
ທະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 605 ພ້ອມຄະນະ ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຕ່າງໆຂອງກົມກອງຈາກຫົວໜ້າ
ການເມືອງ-ຫົວໜ້າການທະຫານກອງພັນໃຫຍ່ 605 ຢ່າງລະອຽດຄົບຖ້ວນແລ້ວ, ທ່ານຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກຍັງໄດ້ໃຫ້
ທິດຊີ້ນຳ ແລະໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 605.

                                
                                                          ທ່ານພົນຈັດຕະວາ ຈັນທອງ ສອນຕະອາດ ນຳພາທ່ານປອບຸນທອງຈິດມະນີ ລົງຢ້ຽມຢາມກອງພັນໃຫຍ່ 605

     ການໂອ້ລົມຂອງ ທ່ານ ປອ ບຸນທອງ ຈິດມະນີ ຄັ້ງນີ້, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ກົມກອງຍາດມາໄດ້ໃນ
ໄລຍະຜ່ານມາ ຈາກນັ້ນ, ທ່ານຍັງໄດ້ກ່າວຫວນຄືນເຖິງມູນເຊື້ອສູ້ຮົບອັນພິລະອາດຫານ ແລະມີໄຊຊະນະຂອງກອງທັບ ແລະປະຊາຊົນລາວ, ກໍຄືເຫຼົ່າຮົບປືນ
ໃຫຍ່ກອງທັບປະຊາຊົນລາວ ທີ່ໄດ້ຕໍ່ສູ້ກູ້ຊາດຕ້ານກັບກຳລັງຈັກກະພັດຜູ້ຮຸກຮານ ແລະພວກລູກແຫຼ່ງຕີນມືໃນເມື່ອກ່ອນ ແລະຫວນຄືນເຖິງປະຫວັດການ
ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 68 ປີຜ່ານມາ.

     ໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ໄດ້ລົງໄປຢ້ຽມຢາມກອງພັນໃຫຍ່ 605 ຄັ້ງນີ້, ທ່ານຍັງໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 5 ໜ່ວຍ,
ພ້ອມທັງບານເຕະ, ໝາກບຸ້ນ ແລະກະຕໍ້ຫວາຍຈຳນວນໜຶ່ງ ມອບໃຫ້ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 605 ອີກດ້ວຍ. ຈາກນັ້ນ, ພັນເອກ ຄຳເພົ້າ
ອິນທະວົງ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນໃຫຍ່ 605 ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ, ທີ່ຍາດເວລາມາ
ຢ້ຽມຢາມ ແລະໂອ້ລົມ, ສະແດງຄວາມເປັນຫ່ວງເປັນໄຍຕໍ່ກົມກອງ, ພ້ອມທັງໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ, ພ້ອມທັງສະແດງຄຳໝັ້ນສັນຍາຕໍ່ພັກ-ລັດ
ຂັ້ນເທິງວ່າ: ຈະນຳພາກົມກອງເຮັດສຳເລັດໜ້າທີ່-ທີ່ຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ, ສືບຕໍ່ສູ້ຊົນປັບປຸງກົມກອງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງຂຶ້ນ
ເທື່ອລະກ້າວ.