ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຕຳແໜ່ງສຳຄັນຂົງເຂດພັກ ແລະ ລັດໃນກະຊວງປ້ອງກັນປະເທດ

     ວັນທີ 24 ມັງກອນ 2017 ນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດການຈັດຕັ້ງ, ຕຳແໜ່ງສຳຄັນໃນຂົງເຂດພັກ ແລະລັດໃນ ກະ
ຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງ
ກັນປະເທດ, ມີທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍບັນດາ ຄະນະພັກກະຊວງ, ຄະນະ
ກົມໃຫຍ່, ຫ້ອງການ, ກົມກອງເຂົ້າຮ່ວມ.

                                
                                                  ທ່ານພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານປະກາດແຕ່ງຕັ້ງຕຳແໜ່ງສຳຄັນຂົງເຂດພັກ ແລະ ລັດໃນກະຊວງປ້ອງກັນປະເທດ

     ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 06/ຄລສພ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ
ປະທານກວດກາພັກກະຊວງປ້ອງກັນປະເທດ ສະໄໝທີ lV ອີງ ໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ອີງໃສ່ກົດລະບຽບຂອງພັກປະຊາຊົນປະ
ຕິວັດລາວ ສະໄໝທີ X ໝວດທີ II, ມາດຕາ 13, ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 10/ຄຈສພ ເຫັນດີບົ່ງຕົວແຕ່ງຕັ້ງ
ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກວດກາພັກກະຊວງປ້ອງກັນປະເທດ ແລະມະຕິຕົກລົງຂອງຄະນະ
ເລຂາທິການສູນກາງພັກສະບັບເລກທີ 07/ຄລສພ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກ ແລະກຳມະການຄະນະບໍລິຫານງານພັກກະຊວງປ້ອງ
ກັນປະເທດສະໄໝທີ lV ຕົກລົງແຕ່ງຕັ້ງເພີ່ມເຕີ່ມກຳມະການປະຈຳພັກ ແລະກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຊິ່ງປະກອບມີ
ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ເປັນກຳມະການປະຈຳພັກກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ເປັນກຳມະການຄະນະ
ພັກກະຊວງປ້ອງກັນປະເທດ.

     ພ້ອມດຽວກັນນີ້ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ຂຶ້ນຜ່ານ
ດຳລັດສະບັບເລກທີ 14/ນຍ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ຕົກລົງແຕ່ງຕັ້ງ ທ່ານ ພົນຈັດຕະວາ ຄຳແດງ ແພງວິໄລ
ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມະຕິຕົກລົງສະບັບເລກທີ3613/ກປທ ວ່າດ້ວຍການແຕ່ງຕັ້ງຄະນະກົມກົດໝາຍ ກອງທັບ ອີງຕາມກົດ
ໝາຍນາຍທະຫານກອງທັບປະຊາຊົນລາວ ໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງ ຕັ້ງຍົກຍ້າຍນາຍທະຫານ, ອີງຕາມມາດຕະຖານຂອງນາຍທະ
ຫານທີ່ໄດ້ກຳນົດໄວ້ໃນໝວດທີ II ມາດຕາ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງ
ຄະນະປະຈຳພັກກະຊວງປ້ອງກັນປະເທດ ຄັ້ງວັນທີ 17/8/2016 ຕົກລົງແຕ່ງຕັ້ງ ທ່ານ ພັນເອກ ກັນທອງ ສຸກເລືອງຄຳ ເປັນຫົວໜ້າກົມກົດໝາຍກອງ
ທັບ, ພັນໂທ ບຸນເພັງ ສີປະເສີດ ແລະພັນໂທ ສີສົມໃຈ ມະໂນລົມ ເປັນຮອງ ແລະຂໍ້ຕົກລົງສະບັບເລກທີ 178/ກປທ ວ່າດ້ວຍການແຕ່ງຕັ້ງຄະນະກົມ
ນ້ອຍທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ເຫັນດີແຕ່ງຕັ້ງ ທ່ານ ພັນເອກ ຄຳພັນ ຂຸນນາລາ ເປັນຫົວໜ້າກົມແຜນການ-ການເງິນ ແລະແຕ່ງຕັ້ງທ່ານ
ພັນເອກ ພິມພາ ດວງຈັນດີ ເປັນຫົວໜ້າກົມຜະລິດກະສິກຳ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມ
ພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນໃຫ້ສຳເລັດຜົນເປັນຢ່າງດີ.