ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງເພີ່ມເຕີມຄະນະກຳມະການ ປກຊ-ປກສ ແຂວງຫຼວງພະບາງ

     ພິທີປະກາດແຕ່ງຕັ້ງເພີ່ມເຕີມຄະນະກໍາມະການ ປກຊ-ປກສ ແຂວງຫຼວງພະບາງ. ໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2017 ນີ້, ທີ່ສະໂມສອນຂອງກອງ
ບັນຊາການທະຫານແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫ່ຍເສນາທິການກອງທັບ. ເຂົ້າຮ່ວມໃນພິທີມີ ທ່ານ ຄຳຂັນ ຈັນທະວີສຸກ ກໍາມະການສູນກາງ ພັກ, ເລຂາພັກແຂວງ, ປະ
ທານ ປກຊ-ປກສ ແຂວງ, ເຈົ້າແຂວງຫຼວງພະບາງ, ມີພັນເອກ ບຸນເດືອງ ພັນສົດໃສ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການຄະນະກໍາມະ
ການ ປກຊ-ປກສ ສູນກາງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຄະນະພັກ-ຄະນະບັນຊາສອງກໍາລັງ ປກຊ-ປກສ ແຂວງ, ພະແນກການທີ່ກ່ຽວ
ຂ້ອງອ້ອມຂ້າງແຂວງ, ຕະຫຼອດຮອດຫົວໜ້າພະແນກ, ຮອງພະແນກ 5 ຫ້ອງອ້ອມຂ້າງເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານພິທີປະກາດແຕ່ງຕັ້ງເພີ່ມເຕີມຄະນະກໍາມະການ ປກຊ- ປກສ ແຂວງຫຼວງພະບາງ

     ໃນພິທີ ພັນເອກ ບຸນເດືອງ ພັນສົດໃສ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ປກຊ-ປກສ ສູນກາງ. ໄດ້ຜ່ານມະຕິຕົກລົງຂອງເລຂາທິການສູນກາງ
ພັກ ວ່າດ້ວຍການແຕ່ງຕັ້ງເພີ່ມເຕີມຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຫຼວງພະບາງ. ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າ
ທີ່ວຽກງານ ປກຊ-ປກສ ຕາມຂໍ້ກໍານົດຂອງກົມການເມືອງສູນກາງພັກ ສະບັບເລກທີ 02 ກມສພ, ລົງວັນທີ 17 ຕຸລາ 2006 ວ່າດ້ວຍວຽກງານຄຸ້ມຄອງ
ພະນັກງານ. ຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 197 ຄຈສພ, ລົງວັນທີ 12 ຕຸລາ 2017. ເລຂາທິການສູນກາງພັກຕົກລົງມາດ
ຕາ 1: ແຕ່ງຕັ້ງ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ເປັນຮອງປະທານ (ທັງເປັນຜູ້ປະຈໍາການ)
ຄະນະກໍາມະການ ປກຊ-ປກສ ແຂວງຫຼວງພະບາງ.

     ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມ ແລະ ເນັ້ນໜັກດ້ວຍຫຼາຍບັນຫາທີ່ສໍາຄັນຈາກ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍເສນາທິການກອງທັບ ເຊິ່ງທ່ານໄດ້ກ່າວວ່າ: ກອງທັບປະຊາຊົນລາວຍາມໃດກໍຮັກສາໄດ້ມູນເຊື້ອ
ອັນດີງາມຮ່ວມກັບປະຊາຊົນບັນດາເຜົ່າຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງລະອິດລະອ້ຽວທໍລະຫົດ ອົດທົນ, ເພື່ອສືບຕໍ່ແບກຫາບພາ
ລະກິດອັນໜັກໜ່ວງທີ່ປະເທດຊາດມອບໝາຍໃຫ້ນັ້ນ ພັກຕ້ອງສືບຕໍ່ປັບປຸງກ້າວຂຶ້ນດ້ວຍບາດກ້າວອັນໃໝ່, ທົ່ວປວງຊົນ, ທຸກຊັ້ນຄົນ, ທຸກຂະແໜງການ
ຕ້ອງໄດ້ເຂົ້າຮ່ວມວຽກງານ ປກຊ-ປກສ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃຫ້ຮັ່ງມີເຂັ້ມແຂງ, ສືບຕໍ່ຍຶດໝັ້ນທິດສະດີແນວທາງ
ຂອງພັກໃນໄລຍະໃໝ່. ໂດຍສະເພາະແມ່ນ ປະທານ ປກຊ-ປກສ ແຂວງ ຕ້ອງມີການນໍາພາເດັດຂາດ, ໂດຍກົງຮອບດ້ານ, ຕ້ອງມີຄວາມໜັກແໜ້ນດ້ານ
ການຈັດຕັ້ງ, ເຂັ້ມແຂງດ້ານການປະຕິບັດ, ສ້າງກໍາລັງທ້ອງຖິ່ນໃຫ້ເຂັ້ມແຂງສາມາດປົກປັກຮັກສາທ້ອງຖິ່ນໃຫ້ມີຄວາມສະຫົງບ ແລະ ໜັກແໜ້ນ, ຄະນະ
ພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງກໍາແໜ້ນ ແລະ ປະຕິບັດໃຫ້ໄດ້ຕາມ 4 ເນື້ອໃນ, 4 ຄາດໝາຍ, ສືບຕໍ່ໃຫ້ການປຸກລະດົມຊຸກຍູ້ແນວຄິດ, ຈິດໃຈຂອງບັນ
ດາພະນັກງານ-ນັກຮົບ ທີ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຢູ່ເຂດທຸລະກັນດານຫ່າງໄກສອກຫຼີກເພື່ອເຮັດໃຫ້ສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນ
ເທິງມອບໝາຍໃຫ້.