ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເປີດໂຮງງານອຸປະກອນລະເບີດພົນລະເຮືອນລາວເລກ 2


ພົນຕີ ແອສະໄໝ ເລືອງວັນໄຊ ເຂົ້າຮ່ວມພິທີເປີດໂຮງງານອຸປະກອນລະເບີດພົນລະເຮືອນລາວເລກ 2 ບໍລິສັດລາວຢູນ ຈໍາກັດ

   ພິທີເປີດໂຮງງານອຸປະກອນລະເບີດພົນລະເຮືອນລາວເລກ 2 ບໍລິສັດລາວຢູນ ຈໍາກັດ, ທີ່ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2018, ໂດຍມີ ທ່ານ
ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພົນຈັດ
ຕະວາ ບຸນຊູ ດວງຄໍາມີ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ, ພົນຈັດຕະວາ ກິລະກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ທ່ານ
ລີວຢູນຊຽນ ປະທານກຸ່ມບໍລິສັດລະເບີດພົນລະເຮືອນມົນທົນຢູນນານ ສປ ຈີນ, ຄະນະກົມໃຫຍ່, ຄະນະກົມ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

     ພັນເອກ ນິກອນ ແກ້ວພັນໄຕ ຫົວໜ້າກົມອຸດສາຫະກໍາ, ກົມໃຫຍ່ເຕັກນິກກອງທັບ, ໄດ້ກ່າວວ່າ: ໂຮງງານລະເບີດພົນລະເຮືອນແມ່ນມີພຽງແຕ່ແຫ່ງດຽວ ຕັ້ງຢູ່ເມືອງ
ແກ້ວອຸດົມແຂວງວຽງຈັນ, ຄວາມສາມາດຜະລິດທາດລະເບີດສະໜອງໃຫ້ຕະຫຼາດຕົວຈິງໄດ້ປີໜຶ່ງ 8.000 ໂຕນ ແຕ່ບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງຕະ
ຫຼາດ, ເພື່ອເປັນການຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ, ກະຊວງປ້ອງກັນປະເທດຈິ່ງເຫັນດີໃຫ້ສ້າງໂຮງງານອຸປະກອນລະເບີດພົນລະເຮືອນລາວເລກ 2 ຂອງບໍ
ລິສັດລາວຢູນ ຈໍາກັດ ຂຶ້ນອີກ 1 ແຫ່ງ ຢູ່ທີ່ບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ, ສ້າງຂຶ້ນໂດຍການຮ່ວມມືຂອງສອງຊາດລາວ-ຈີນ ລະຫວ່າງກົມອຸດສາຫະກໍາ
ປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ແລະ ກຸ່ມບໍລິສັດລະເບີດພົນລະເຮືອນ ມົນທົນຢູນນານ ສປ ຈີນ, ເຊິ່ງເປັນບໍລິສັດດຽວທີ່ໄດ້ຮັບການອານຸຍາດຈາກລັດຖະບານ
ໃຫ້ທໍາການຜະລິດ ແລະ ຈໍາໜ່າຍທາດລະເບີດ, ອຸປະກອນລະເບີດພົນລະເຮືອນ ເພື່ອນໍາໃຊ້ພາຍໃນປະເທດ ແລະ ສົ່ງອອກ, ສະນັ້ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງ
ຕ້ອງການຂອງຕະຫຼາດທີ່ນໍາໃຊ້ລະເບີດພົນລະເຮືອນ.

  ການກໍ່ສ້າງໂຮງງານອຸປະກອນລະເບີດພົນລະເຮືອນລາວເລກ 2 ແມ່ນໄດ້ເລີ່ມຕົ້ນແຕ່ເດືອນສິງຫາ 2016, ນໍາເອົາເຄື່ອງຈັກເຂົ້າມາຕິດຕັ້ງໃນວັນທີ 1 ພຶດສະພາ 2018
ຮອດວັນທີ 24 ຕຸລາ 2018 ໂຮງງານໄດ້ກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກອຸດສາຫະກໍາການຜະລິດໄດ້ສໍາເລັດຕາມການອອກແບບທີ່ໄດ້ກໍານົດໄວ້, ດ້ວຍທຶນ 12 ລ້ານໂດລາ
ສະຫະລັດ, ໂຮງງານອຸປະກອນລະເບີດພົນລະເຮືອນລາວເລກ 2 ນີ້, ໄດ້ນໍາໃຊ້ເຕັກໂນໂລຢີທີ່ທັນສະໄໝຂອງ ສປ ຈີນ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສາ
ມາດຜະລິດທາດລະເບີດໄດ້ 20 ພັນໂຕນຕໍ່ປີ.