ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ
ຂອງເອກອັກຄະຣາຊະທູດ ​ແຫ່ງ ອົດສະຕາລີ


     ວັນທີ 28 ຕຸລາ ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ
ການເຂົ້າຢ້ຽມອໍາລາຂອງ ທ່ານ ຈ໋ອງ ເບີນາລ໌ ຄາຣາສໂກ ເອກອັກຄະຣາຊະທູດ ແຫ່ງ ອົດສະຕາລີ, ເນື່ອງໃນໂອກາດທີ່ ທ່ານ ໄດ້ສໍາເລັດຫນ້າທີ່ການທູດ
ຢູ່ ສປປ ລາວ.

     ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານການ
ທູດຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີຜ່ານມາ, ເຊິ່ງການປະຕິບັດໜ້າທີ່ການທູດ ດັ່ງກ່າວເປັນການປະກອບສ່ວນທີ່ສໍາຄັນໃນການເສີມຂະຫຍາຍສາຍ
ພົວພັນ ແລະ ການຮ່ວມມືຂອງສອງປະເທດ, ກໍຄືສອງກອງທັບ ລາວ-ອົດສະຕາລີ, ທັງເປັນການປະກອບສ່ວນຮັດແໜ້ນສາຍພົວພັນ ທີ່ດີທີ່ມີມູນເຊື້ອ
ມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

     ໂອກາດດັ່ງກ່າວ, ທ່ານ ຈ໋ອງ ເບີນາລ໌ ຄາຣາສໂກ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບ
ຢ່າງອົບອຸ່ນ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ຮັດແໜ້ນສາຍພົວພັນ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆລະຫວ່າງ ລາວ-ອົດສະຕາລີ
ໃຫ້ນັບມື້ດີຂຶ້ນ ໂດຍສະເພາະແມ່ນການຊ່ວຍເຫຼືອກໍ່ສ້າງບຸກຄະລາກອນໃນຖັນແຖວ ກອງທັບປະຊາຊົນລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.