ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານໂຄສະນາອົບຮົມເຂດໃຈກາງປະຈຳປີ 2018

     ວັນທີ 26 ຕຸລາ 2018 ນີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງກອງປະຊຸມສ່ອງແສງວຽກງານໂຄສະນາອົບຮົມປະຈຳປີ 2018 ແລະ
ກວດກາ, ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບຄົບຮອບ 70 ປີ ຢູ່ເຂດໃຈກາງນະຄອນຫຼວງວຽງຈັນຂຶ້ນ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະ
ນະພັກ-ຄະນະບັນຊາແຕ່ລະກົມກອງເຂດໃຈກາງນະຄອນຫຼວງວຽງຈັນເຂົ້າຮ່ວມ.


ພົນຕີ ສອນທອງ ພົມລາວົງ ເປັນປະທານກອງປະຊຸມສ່ອງແສງວຽກງານໂຄສະນາອົບຮົມປະຈຳປີ 2018

     ໃນພິທີຕາງໜ້າຄະນະພັກ-ຄະນະບັນຊາແຕ່ລະພາກສ່ວນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາຂອງແຕ່ລະກົມກອງ ເຊິ່ງແຕ່ລະກົມກອງໄດ້ເປັນເຈົ້າ
ການໃນການຈັດຕ້ັງເຄື່ອນໄຫວວຽກງານການເມືອງ ແລະ ຂະບວນການຕ່າງໆ. ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດຕາມຄໍາສັ່ງແນະນໍາ
ຂອງກົມໃຫຍ່ການເມືອງກອງທັບ ແລະ ອົບຮົມປົກກະຕິເປັນປະຈໍາຢ່າງກວ້າງຂວາງທົ່ວເຖິງທຸກເປົ້າໜາຍ, ໄດ້ເອົາໃຈໃສ່ວຽກງານໂຄສະນາດ້ວຍຫຼາຍຮູບການທັງຈັດຕັ້ງ
ປາຖະກະຖາວັນປະຫວັດສາດສໍາຄັນຕ່າງໆ ແລະ ນໍາໃຊ້ພະຫະນະສື່ມວນຊົນຢ່າງກວ້າງຂວາງເຊັ່ນ: ໜັງສືພິມ, ວິທະຍຸກະຈາຍສຽງ, ຫໍມູນເຊື້ອ, ຫ້ອງສະໝຸດ, ວາລະສານ,
ຮູບພາບ ຄຳຂວັນຕ່າງໆ ແລະ ເຮັດໜ້າທີ່ຕອບຕ້ານສື່ອອນລາຍຢ່າງແຂງແຮງ, ບັນດາກົມກອງໄດ້ຈັດຕັ້ງເປີດຂະບວນແຂ່ງຂັນສ້າງກິດຈະກໍາຕ່າງໆຢ່າງເປັນຂະບວນຟົດຟຶ້ນ
ເຊັ່ນ: ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຂະບວນການ
ກີລາກາຍະກໍາ, ສິລະປະ-ວັນນະຄະດີ, ກິດຈະກໍາຖາມຕອບ, ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການສ້າງນັກຮົບ-ກອງວັດທະ
ນະທໍາໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງວາງອອກ.

     ໂອກາດດັ່ງກ່າວ ທ່ານ ພົນຕີ ສອນທອງ ພົມລາວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານຜູ້ເຮັດວຽກງານແນວຄິດ ຈົ່ງເພີ່ມທະວີຄວາມຮັບຜິດ
ຊອບການເມືອງຂອງຕົນເຂົ້າໃນການຊີ້ນໍາ-ນໍາພາ ສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍຮູບຫຼາຍສີ ແລະ ມີໝາກມີຜົນຕົວຈິງ, ເຮັດໃຫ້ພະນັກງານ-ນັກຮົບມີແນວ
ຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮູ້ຈຳແນກມິດ-ສັດຕູ, ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນເຮັດໃຫ້ກົມກອງຂອງຕົນມີຄວາມສະຫົງບ,
ມີການຫັນປ່ຽນຢ່າງຈະແຈ້ງພ້ອມກັນສ້າງຂະບວນການດ້ານຕ່າງໆເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີເນື້ອໃນ ແລະ ຄວາມໝາຍ
ເລິກເຊິ່ງ.