ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງແຂ່ງຂັນນັກຮ້ອງສຽງດີ ຄັ້ງທີ III

     ຕອນແລງວັນທີ 27 ກັນຍາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງແຂ່ງຂັນນັກຮ້ອງສຽງດີທົ່ວ
ກົມຂອງຕົນຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ, ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ມີກຳມະການຈາກກອງສິລະປະກອນກອງທັບ ແລະ ພະນັກງານນັກຮົບພາຍໃນກົມເຂົ້າຮ່ວມຮັບຊົມ.


ວາທີ ຄຳສະຫວ່າງ ບຸນລືໄຕ ໄດ້ຮັບລາງວັນທີ I ໃນການແຂ່ງຂັນ

     ການແຂ່ງຂັນນັກຮ້ອງສຽງດີ ຄັ້ງທີ III ນີ້ ຈຸດປະສົງແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2017
ຢ່າງຟົດຟື້ນ ແລະ ອີກຢ່າງໜຶ່ງກໍ່ເປັນການກະກຽມຄັດເລືອກເອົາຜູ້ທີ່ມີສຽງດີເຂົ້າຮ່ວມຂະບວນການຂອງຂັ້ນເທິງທີ່ຈະຈັດຂຶ້ນ.

     ຜ່ານການຄັດເລືອກຕົວຈິງເຂົ້າຮອບຊິງຊະນະເລີດມີນັກຮ້ອງທັງໝົດ 9 ສະຫາຍ ມີນັກຮ້ອງຍິງ 3 ສະຫາຍ, ກະຕິກາການຮ້ອງສຽງດີ, ທຳນອງດີ, ແຕ່ງ
ກາຍດີ, ລີລາທ່າທີໄດ້ ໃນພິທີແຂ່ງຂັນຕົວຈິງເຫັນວ່າມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສາມາດສະຫຼຸບຜົນຂອງການແຂ່ງຂັນຕົວຈິງດັ່ງນີ້: ລາງວັນທີ I
ມີ 1 ລາງວັນ ລາງວັນລະ 300.000 ກີບ ໄດ້ແກ່ ວາທີ ຄຳສະຫວ່າງ ບຸນລືໄຕ ນັກຮ້ອງຈາກພະແນກວິທະຍາສາດ, ລາງວັນທີ II ມີສອງລາງວັນ ລາງວັນ
ລະ 200.000 ກີບ ໄດ້ແກ່ ຮ້ອຍໂທ ນາງ ຈິດນະຄອນ ເທບລາວັນ ນັກຮ້ອງຈາກພະແນກຍຸດທະສາດ ແລະ ວາທີ ນາງ ມົນລະດີ ນາມປ້ອງ ນັກຮ້ອງຈາກ
ພະແນກຂໍ້ມູນ-ຂ່າວສານ, ສ່ວນລາງວັນທີ III ມີ 3 ລາງວັນ ລາງວັນລະ 150.000 ກີບ ໄດ້ແກ່ ຮ້ອຍເອກ ຈັນທະວົງ ພາພິທັກ ນັກຮ້ອງ ຈາກຫ້ອງການ,
ວາທີ ຄຳເພັດ ຄຳທະສຸກ ນັກຮ້ອງຈາກພະແນກບໍລິຫານ ແລະ ວາທີ ຂັວນໃຈ ພົມພິພາ ນັກຮ້ອງຈາກພະແນກວິທະຍາສາດ ສ່ວນທີເຫຼືອແມ່ນລາງວັນຊົມ
ເຊີຍ ລາງວັນລະ 100.000 ກີບ.


ມອບລາງວັນໃຫ້ນັກຮ້ອງສຽງດີອັນດັບທີ I, II, III


ລາງວັນຊົມເຊີຍ

     ຕອນທ້າຍຍັງໄດ້ຈັດພິທີມອບລາງວັນຈາກທ່ານຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ນັກຮ້ອງທີ່ໄດ້ຮັບລາງວັນຄັ້ງນີ້ຢ່າງສົມກຽດ.


ພາບລວມການແຂ່ງຂັນນັກຮ້ອງສຽງດີ ທົ່ວກົມ ວສ-ປສ ການທະຫານ ຄັ້ງທີ III