ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ​ ໃນກຳລັງຫຼວງກຳລັງທອ້ງຖິ່ນຢູ່ເຂດພາກໃຕ້

.
ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະ​ທານ

     ໃນວັນທີ 27 ພຶດສະພາ 2020 ນີ້ຢູ່ທີ່ ກອງພົນທີ 5 ໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ແກ່ພະນັກງານຢູ່ບັນດາກຳລັງຫຼວງກຳລັງທອ້ງ
ຖິ່ນເຂດພາກໃຕ້ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ພ້ອມດ້ວຍພະນັກງານຈາກກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຈາກກອງພົນທີ 5, ກອງບັນຊາການທະຫານ 4 ແຂວງ ພາກໃຕ້, ກອງພັນໃຫຍ່ 645,
ໂຮງຮຽນເລກ 2 ວຽງໄຊ, ໂຮງໝໍບໍລິເວນ 106 ກອງທັບ, ບັນດາສາງ ພ້ອມດ້ວຍພະນັກງານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບເລກທີ
2043/ກປທ ລົງວັນທີ 19 ພືດສະພາ 2020 ວ່າດ້ວຍການເລື່ອນ ແລະ ທຽບຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານຢູ່ບັນດາກອງບັນຊາການ, ກອງພົນ, ກອງພັນ
ໃຫຍ່, ໂຮງຮຽນ, ໂຮງໝໍບໍລິເວນ ແລະ ບັນດາສາງເຂດພາກໃຕ້ອີງຕາມກົດໜາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ) ໃນພາກທີ II ໜວດທີ 3 ມາດ
ຕາ ທີ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈຳນວນ 54 ສະຫາຍ ໃນນີ້ຢູ່ກອງພົນທີ 5
ຈຳນວນ 14 ສະຫາຍ, ກອງບັນຊາການທະຫານ ນະຄອນ​ປາກ​ເຊ 4 ສະຫາຍ, ກອງບັນຊາການທະຫານ ແຂວງ ສາລະວັນ 8 ສະຫາຍ, ກອງບັນຊາການທະຫານ ແຂວງ
ອັດຕະປຶ 5 ສະຫາຍ, ກອງບັນຊາການທະຫານ ແຂວງ ເຊກອງ 3 ສະຫາຍ, ໂຮງຮຽນເລກ 2 ວຽງໄຊ 9 ສະຫາຍ, ໂຮງໝໍບໍລິເວນ 106 ກອງທັບ 2 ສະຫາຍ, ສາງນ້ຳມັນ
ເລກ 8 ມີ 1 ສະຫາຍ, ສາງອໍ 8 ມີ 1 ສະຫາຍ, ກອງພັນ ໃຫຍ່ 645 ຈຳນວນ 7 ສະຫາຍ.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ອ່ອນສີ ແສນສຸກ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍ ໄດ້ຊີ້ໃຫ້ເຫັນຄວາມໜາຍຄວາມສຳຄັນໃນການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງແມ່ນ
ບາດກ້າວອັນສຳຄັນໃນການປັບປຸງກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຈາກນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ພະນັກງານ ທີ່ຮັບການເລື່ອນຊັ້ນໃໝ່ຄັ້ງ
ນີ້ ຈົ່ງພ້ອມກັນຍົກສູງບົດບາດຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດ ສິນທຳປະຕິວັດ ເພີ່ມທະວີ
ບົດບາດ ໃນການນຳພາ ຈັດຕັ້ງປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ, ຕັ້ງໜ້າຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງ ປ້ອງກັນປະ
ເທດ ວາງອອກເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜນແໜ້ນໜາ ພ້ອມກັນປະກອບສວ່ນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງ
ສາພັດທະນາປະເທດຊາດ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ປະສົບຜົນສຳເລັດ.