ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປະກາດເລື່ອນຊັ້ນ ແລະ ຍ້ອງຍໍຜົນງານໄລຍະສັ້ນໃຫ້ການນຳແຂວງ,
ນາຍ ແລະ ພົນທະຫານ ຢູ່ທະຫານແຂວງວຽງຈັນ

     ພິທີປະກາດເລື່ອນຊັ້ນ ແລະ ຍ້ອງຍໍຜົນງານໄລຍະສັ້ນໃຫ້ການນຳແຂວງ, ນາຍ ແລະ ພົນທະຫານແຂວງວຽງຈັນ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບ
ສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2018 ນີ້, ຢູ່ທີ່ສະໂມ
ສອນຂອງກອງບັນຊາການທະຫານແຂວງວຽງຈັນ.

     ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ວີດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ມີທ່ານ ພົນຈັດຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງເລຂາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ບັນດາກົມນ້ອຍທີ່ກ່ຽວຂ້ອງອ້ອມຂ້າງກະຊວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງ, ນາຍ ແລະ ພົນທະຫານອ້ອມຂ້າງກອງບັນຊາການ ແລະ ພາກສ່ວນທີ່ໄດ້ຮັບການເລື່ອນຊັ້ນ ແລະ ຍ້ອງຍໍເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດເລື່ອນຊັ້ນ ແລະ ຍ້ອງຍໍຜົນງານໄລຍະສັ້ນ
ໃຫ້ການນຳແຂວງ, ນາຍ ແລະ ພົນທະຫານ ຢູ່ທະຫານແຂວງວຽງຈັນ

     ໃນພິທີ ພັນເອກ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງວຽງຈັນຄື: ເລື່ອນຊັ້ນພັນຕີ ຂຶ້ນຊັ້ນ ພັນໂທ 1 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນ
ພັນຕີ 1 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ ແລະ ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ, ເປັນກຽດ ຂຶ້ນປະດັບຊັ້ນໂດຍແມ່ນ
ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ. ຈາກນັ້ນ, ພັນ
ເອກ ວັນລະວົງ ນັນທະວົງ ຮອງຫົວໜ້າ ກົມນະໂຍບາຍໄດ້ຂຶ້ນອ່ານຂໍ້ຕົກຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍ້ອງຍໍສັນລະເສີນຜົນງານໃຫ້ແກ່ນາຍ
ແລະ ພົນທະຫານກອງບັນຊາການທະຫານແຂວງວຽງຈັນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າ ໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໃນໄລຍະຜ່ານມາຄື: ປະດັບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ 3 ສະຫາຍ, ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ 8 ສະຫາຍ ແລະ ປະດັບຫຼຽນໄຊພິລະ
ອາດຫານຊັ້ນ III ໃຫ້ 11 ສະຫາຍ. ເປັນກຽດຂຶ້ນປະດັບຫຼຽນໄຊພິລະອາດຫານຊັ້ນ I, II ໂດຍແມ່ນທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງທັບ ແລະ ເປັນກຽດປະດັບຫຼຽນໄຊພິລະອາດຫານຊັ້ນ III ໂດຍແມ່ນ ທ່ານ ວີດົງ ໄຊ
ຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ.