ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານຫ້ອງການເມືອງກອງພົນທີ 2

     ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານຫ້ອງການເມືອງກອງພົນທີ 2 ໄດ້ໄຂຂຶ້ນໃນກາງເດືອນພຶດສະພາ 2017 ນີ້, ໂດຍການເປັນກຽດເຂົ້າ
ຮ່ວມຂອງ ສະຫາຍ ພັນເອກ ພັນແສງ ບຸນພັນ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນ, ມີບັນດາຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ພ້ອມດ້ວຍ ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນຄະນະພັກຮາກຖານເຂົ້າຮ່ວມ.


ສະຫາຍ ພັນເອກ ພັນແສງ ບຸນພັນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານຫ້ອງການເມືອງກອງພົນທີ 2

     ກອງປະຊຸມດັ່ງກ່າວ, ພັນໂທ ວົງເພັດ ເພັງພະນິດ ຄະນະປະຈຳພັກກອງພົນ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຂຶ້ນ
ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນບົດບາດ ການນຳພາຂອງຄະນະພັກໃນ 5 ປີຜ່ານມາ ໂດຍສະເພາະແມ່ນຂະບວນການກໍ່ສ້າງ
ກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ, ຂະບວນການກໍ່ສ້າງກອງ 3 ປອດ ຕິດກັບຂະບວນການກໍ່ສ້າງກົມກອງວັດທະນາທໍາ ແລະ ນັກຮົບ
ວັດທະນະທໍາມາເຖິງປັດຈຸບັນທົ່ວຄະນະພັກຮາກຖານມີສະມາຊິກພັກທັງໝົດ 73 ສະຫາຍ ເທົ່າກັບ 64.03% ໃນນັ້ນມີສະມາຊິກພັກແຂງຮອບດ້ານ 21
ສະຫາຍ, ແຂງ 34 ສະຫາຍ ແລະ ກາງ 18 ສະຫາຍ. ຈາກຜົນງານດັ່ງກ່າວກົມກອງຈຶ່ງໄດ້ຖືກຮັບຮອງເປັນຄະນະພັກຮາກຖານເຂັ້ມແຂງ ໜ່ວຍພັກຮູ້ນໍາພາ
ຮອບດ້ານ 5 ສະໄໝຕິດຕໍ່ກັນ, ພ້ອມນັ້ນຄະນະພັກກໍໄດ້ຖືເອົາວຽກງານການພົວພັນຮ່ວມມືກັບຄະນະພັກ ແລະ ອໍານາດການປົກຄອງທ້ອງຖິ່ນເປັນບັນຫາ
ສໍາຄັນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປັບປຸງກໍ່ສ້າງກໍາລັງ ອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນຂອງກົມກອງ, ວຽກງານປັບປຸງກໍ່ສ້າງສະ
ຖານທີ່ຄ້າຍຄູ່ທີ່ຢູ່ອາໄສ ແລະ ວຽກງານທໍາການຜະລິດ ປູກຝັງ-ລ້ຽງສັດ ສ້າງແຫຼ່ງລາຍຮັບເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມແໜ້ນໜາຖາວອນ
ມາເຖິງປັດຈຸບັນເຫັນວ່າກົມກອງກໍໄດ້ຮັບການພັດທະນາ ແລະ ມີໂສມໜ້າໃໝ່ຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ພ້ອມກັນປະ ກອບຄຳຄິດ
ຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນແຕ່ປີ 2017-2022 ແລະ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດ
ໃໝ່ໄດ້ຕາມຄາດໝາຍ.