ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນພັກຄອ໋ມມູນິດ ກຸຍບາ

     ໃນວັນທີ 26 ພຶດສະພາ 2017, ຢູ່ນະຄອນຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ
ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂຮເຊ ຣາໂມງ ບາລາເກ ກາເບຣຣາ ເລຂາທິການສູນກາງພັກ ຫົວໜ້າຄະນະພົວ
ພັນຕ່າງປະເທດສູນກາງພັກ ຄອ໋ມມູນິດ ກຸຍບາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່
ວັນທີ 25-27 ພຶດສະພານີ້.


 ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນພັກ ຄອ໋ມມູນິດ ກຸຍບາ

     ໃນໂອກາດດັ່ງກ່າວ, ສະຫາຍ ປະທານປະເທດໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບຕໍ່ສະຫາຍ ໂຮ ເຊ ຣາໂມງ ບາລາເກ ກາເບຣຣາ ພ້ອມດ້ວຍ
ຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຖືເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະ
ພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຸຍບາ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆ
ຂຶ້ນ ພ້ອມດຽວກັນນີ້, ສະຫາຍ ໂຮເຊ ຣາໂມງ ບາລາເກ ກາເບຣຣາ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ,
ປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາ ອັນມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ສະຫາຍເລຂາທິການໃຫຍ່ໄດ້ຮັບຊາບຕື່ມອີກ.