ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ມອບ-ຮັບ​ພາຫະນະ​ເຕັກນິກ​ຊ່າງ​ແສງ ​ແລະ ຊຸດອຸປະກອນ
ເກັບຮັກສາພາຫະນະເຕັກນິກໄລຍະຍາວ


     ໃນວັນທີ 28 ມັງກອນ 2021 ນີ້, ກະຊວງປ້ອງກັນປະເທດໄດ້ຈັດພິທີມອບ-ຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະ
ເຕັກນິກໄລຍະຍາວລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງສະຫະພັນ ຣັດເຊຍ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໂດຍການເຂົ້າຮ່ວມຂອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມີ ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດ
ຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະນໍາ ແລະ ຜູ້ຕາງໜ້າຈາກສອງ ກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ໃນພິທີມອບ-ຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວຄັ້ງນີ້ ໂດຍການກ່າວມອບຂອງ ສະຫາຍ ວະ
ລາ ດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ເຊິ່ງ ສະຫາຍ ກ່າວວ່າ: ເພື່ອເປັນການເສີມຂະ
ຫຍາຍສາຍພົວພັນຮ່ວມມື ຂອງສອງປະເທດ ພ້ອມທັງຍົກລະດັບຄວາມອາດສາມາດ ດ້ານວຽກງານປ້ອງກັນຊາດ ຂອງ ສປປ ລາວ, ເຊື່ອຫມັ້ນວ່າ ການ
ມອບ-ຮັບພາຫະນະເຕັກນິກຊ່າງແສງຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນ ເຮັດໃຫ້ຄວາມອາດສາມາດດ້ານປ້ອງກັນຊາດຂອງ ກອງທັບປະຊາຊົນລາວ
ເຂັ້ມແຂງຂື້ນຕື່ມ, ຊ່ວຍເຮັດໃຫ້ການປະຕິບັດໜ້າທີ່ປະສົບຜົນສໍາເລັດ, ລວມທັງການລາດຕະເວນຊາຍແດນ, ການສະກັດກັ້ນ ການເຄື່ອນໄຫວ ຜິດກົດ
ໝາຍຮູບແບບຕ່າງໆ, ລວມທັງການຄ້າຂາຍຢາເສບຕິດ. ພາຫະນະເຕັກນິກຊ່າງແສງທີ່ຖືກມອບໃນຄັ້ງນີ້ຍັງສາມາດຊ່ວຍຮັບປະກັນໃຫ້ແກ່ວຽກງານມະນຸດ
ສະທໍາ ແລະ ຮັກສາສັນຕິພາບ. ສາມາດນໍາໃຊ້ໃນການເກັບກູ້ລະເບີດ, ການກອບກູ້ໄພພິບັດທາງທໍາມະຊາດ ແລະ ການສະໜອງຄວາມຊ່ວຍເຫຼືອດ້ານມະ
ນຸດສະທໍາໃຫ້ແກ່ປະຊາຊົນໃນເຂດປະສົບໄພ, ເຊິ່ງພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກ ທີ່ນໍາມາມອບປະກອບມີ:
ລົດຂຸດຂຸມຄອງຈໍານວນ 2 ຄັນ, ລົດສ້ອມແປງ (ບໍາລຸງຮັກສາ) ຈໍານວນ 2 ຄັນ, ລົດຕູ້ສ້ອມແປງ (ເຄື່ອນທີ່) ຈໍານວນ 2 ຄັນ, ລົດຈົກຕີນຢາງຈໍານວນ 1
ຄັນ, ເຮືອກາໂນຈໍານວນ 10 ລໍາ, ລົດ ກວດມິນ ຈໍານວນ 2 ຄັນ, ຈັກໄຟຟ້າເຄື່ອນທີ່ 2 ເຄື່ອງ ແລະ ລົດຂຸດຂຸມຄອງ(M3-2) ຈໍານວນ 2 ຄັນ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ຫົວໜ້າ ກົມໃຫ່ຍເຕັກນິກກອງທັບ ເຊິ່ງໄດ້ຕາງໜ້າໃຫ້ ຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ກໍໄດ້ກ່າວຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກ ໄລຍະຍາວທີ່ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດ
ເຊຍ ໄດ້ໃຫ້ການຊ່ວຍເຫຼືອ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຄັ້ງນີ້ພ້ອມນີ້ກໍສະແດງຄວາມຂອບໃຈ ຢ່າງສູງຕໍ່ ກະຊວງປ້ອງກັນປະເທດ ແຫ່ງ ສ
ຣັດເຊຍ ໃນການໃຫ້ການຊ່ວຍເຫຼືອອຸປະກອນການທະຫານໃຫ້ແກ່ກອງທັບປະຊາຊົນ ລາວໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນຍິ່ງພໍດີກັບວັນສ້າງຕັ້ງ ກອງ
ທັບປະຊາຊົນລາວ ຄົບຮອບ 72 ປີ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງຂອງ ກອງທັບປະຊາຊົນລາວ, ສະແດງເຖິງ ຄວາມ
ສາມັກຄີຮັກແພງ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບເພື່ອນມິດ ສະຫາຍ ແລະ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ການກໍ່ສ້າງກອງທັບໃຫ້ເຂັ້ມແຂງ
ແລະ ທັນສະໄໝ.