ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກອງ ພົນທີ 3ໄຂກອງ​ປະຊຸມ​ໃຫ່ຍຜູ້​ແທນຄັ້ງທີ VI


     ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກອງ ພົນທີ 3 ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 28 ມັງກອນນີ້ ໂດຍການເຂົ້າຮ່ວມ
ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການ
ສູນກາງພັກ ເລຂາພັກ ແຂວງເຈົ້າ ແຂວງໆ ອຸດົມໄຊ, ມີບັນດາ ຄະນະພັກກອງພົນ, ຜູ້ແທນສົມບູນ 107 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 1.603 ສະຫາຍ
ໃນທົ່ວອົງ ຄະນະພັກ ກອງພົນ, ມີແຂກຖືກເຊີນ ຈາກຫ້ອງວ່າການ ກະຊວງປ້ອງກັນປະເທດ, ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ກົມພະນັກງານ ກອງບັນຊາການ
ທະຫານ ແຂວງ ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ກອງພົນທີ 2, ໂຮງຮຽນກໍ່ສ້າງນາຍສິບເລກ 1 ແລະ ອໍານາດການ ປົກຄອງເມືອງ ຮຸນເຂົ້າຮ່ວມ.

     ໃນບົດລາຍງານການເມືອງ ທີ່ສະເໜີໂດຍ ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການ
ເມືອງກອງພົນທີ 3 ໃຫ້ຮູ້ວ່າ: ຄະນະພັກກອງພົນທີ 3 ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງທີ V ຄັ້ງ ວັນທີ 11 ທັນວາ 2014 ປະ ກອບມີ 9 ສະຫາຍ, ໂດຍແມ່ນ
ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ເປັນເລຂາຄະນະພັກ, ຄະນະພັກກອງພົນທີ 3 ເປັນຄະນະພັກ ທີ່ຢູ່ພາຍໃຕ້ການຊີ້ນໍາ-ນຳພາໂດຍກົງ ແລະ ຮອບດ້ານຈາກ
ຄະນະພັກກະຊວງປ້ອງກັນປະເທດ, ມີພາລະບົດບາດ, ໜ້າທີ່ຊີ້ນໍາ-ນໍພາປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງໃຫ້ມີຄວາມ ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ເປັນກົມກອງທີ່ມີລະ
ບຽບແບບແຜນທັນສະໄໝ, ເປັນຫຼັກແຫຼ່ງ ໃນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

     ໃນ 5 ປີຜ່ານມາຄະນະພັກກອງພົນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ເສີມຂະຫຍາຍພາລະບົດບາດການນໍາພາຂອງຕົນຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍຈາກ ກະ
ຊວງປ້ອງກັນປະເທດ ໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການກໍ່ສ້າງພັກໃຫ້ມີ ຄວາມເຂັ້ມແຂງ-ໜັກແໜ້ນທາງ ດ້ານປະລິມານ ແລະ
ຄຸນນະພາບ. ຄະນະພັກຍາມໃດກໍເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານປັບປຸງກໍ່ສ້າງພັກ ໂດຍຖືເອົາ ການສຶກສາອົບຮົມການເມືອງ ນໍາພາແນວຄິດເປັນກົກ, ເອົາ ການຈັດຕັ້ງນໍາ
ພາ-ບັນຊາ ແລະ ແບບແຜນວິທີເຮັດວຽກເປັນສໍາຄັນ, ເອົາໃຈໃສ່ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ສະມາຊິກພັກ ໃຫ້ນັບມື້ສູງຂຶ້ນ, ບູລະນະການຈັດຕັ້ງ
ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ.

     ປັດຈຸບັນທົ່ວກອງພົນປະກອບມີ 4 ຄະນະພັກ, ມີ 22 ຄະນະພັກຮາກຖານ ແລະ ມີ 113 ໜ່ວຍພັກ, ທຽບໃສ່ປີ 2014 ຈໍານວນຄະນະພັກໄດ້ເພີີ່ມຂຶ້ນ 21%, ມີ
ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 59 ໜ່ວຍພັກ, ໜ່ວຍພັກກາງ 51 ໜ່ວຍພັກ, ມີສະມາຊິກພັກແຂງ 1197 ສະຫາຍ, ກາງ 338 ສະຫາຍ. 5 ປີ ຜ່ານມາສາ
ມາດຂະຫຍາຍມະຫາຊົນກ້າວໜ້າ ເຂົ້າອົງການຈັດຕັ້ງພັກໄດ້ 322 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 311 ທຽບໃສ່ປີ 2014 ຈໍານວນສະມາຊິກພັກ
ເພີ່ມຂຶ້ນ 26,92%.

     ຄະນະພັກໄດ້ເປັນເຈົ້າການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍສົມທົບກັບປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບບັນ
ດາ ແຂວງ-ເມືອງ, ເຂດຮັບຜິດຊອບ, ຈັດຕັ້ງກຳລັງ ລົງກໍ່ສ້າງຮາກຖານການເມືອງ ເປັນຕົ້ນກຸ່ມບ້ານພັດທະນາ, ບ້ານຫ່າງໄກສອກຫຼີກ, ເຂດຊາຍແດນເຮັດໃຫ້ສະພາບ
ຂອບເຂດຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ. ເອົາໃຈໃສ່ຊີ້ນຳ- ນຳພາປັບປຸງກໍ່ສ້າງກຳລັງໂດຍ ຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ ເຮັດ
ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບເຊື່ອມຊຶມເຂົ້າໃຈແຈ້ງແນວທາງປ່ຽນແປງໃໝ່ ຂອງພັກ, ຈຳແນກໄດ້ມິດ-ສັດຕູ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນ
ເອງ, ເສີມຂະຫຍາຍມູນເຊື້ອປະຕິວັດ ຮັບປະກັນໃຫ້ກົມກອງມີຄວາມຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີສະຕິຕໍ່ ການຈັດຕັ້ງ, ລະບຽບວິໄນຢ່າງ
ເຂັ້ມງວດ, ເອົາໃຈໃສ່ປັບປຸງກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາໃນນີ້ຖືສຳຄັນ ໃນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ
ແໜ້ນ. ຊີ້ນໍາອົງການຈັດຕັ້ງມະຫາຊົນກາຍເປັນກຳລັງທີ່ແຂງແກ່ນຂອງ ພັກໃນການສ້າງຂະບວນການຕ່າງໆ, ຊີ້ນໍາວຽກງານກວດກາພັກ-ລັດເຮັດໃຫ້ການຈັດຕັ້ງພັກ-ການ
ຈັດຕັ້ງບັນຊາມີຄວາມປອດໃສ, ຜ່ານຂະບວນການຕົວຈິງມີຫຼາຍໜ່ວຍພັກ ໄດ້ຮັບນາມມະຍົດໜ່ວຍປອດໃສ ເຂັ້ມແຂງ ໜັກແໜ້ນ. ວຽກງານພະນັກງານຖືເອົາການບຳ
ລຸງ, ສ້າງພະນັກງານກັບທີ່ເປັນຈຸດໜັກ ແລະ ຂຶ້ນແຜນສົ່ງພະນັກງານໄປຮຽນບຳລຸງ ແລະ ກໍ່ ສ້າງພາຍໃນ-ຕ່າງປະເທດ ພ້ອມນີ້ກໍຍັງໄດ້ສົ່ງພະນັກງານ ຮຽນທິດສະດີການ
ເມືອງ ການປົກຄອງ, ວິຊາສະເພາະເຫຼົ່າຮົບ. ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກົມກອງດີຂຶ້ນ ໂດຍສຸ່ມໃສ່ການປູກ-ການລ້ຽງ ແລະ ຊອກແຫຼ່ງ
ລາຍຮັບເພື່ອພັດທະນາ ກົມກອງຕາມເງື່ອນໄຂຕົວຈິງ, ພະນັກງານນຳພາ-ບັນຊາ ແຕ່ລະຂັ້ນໄດ້ມີຄວາມພະຍາຍາມ ໃນການປັບປຸງປົວແປງສະຖານທີ່ຄ້າຍຄູທີ່ຢູ່ອາໄສນັບ
ມື້ດີຂຶ້ນຢ່າງຕໍ່ເນື່ອງ, ຈັດຕັ້ງຊີ້ນຳການຄຸ້ມຄອງ ແລະ ປົກປັກຮັກສາອາວຸດຍຸດໂທປະກອນ, ພາຫະນະເຕັກນິກ, ຄຸ້ມຄອງດ້ານຈຳນວນ ແລະ ຄຸນນະພາບຈຳກັດການຕົກເຮ່ຍ
ເສຍຫາຍ ຮັບປະກັນໃຫ້ກົມກອງເຮັດສຳເລັດໜ້າທີ່.

     ວາລະດໍາເນີນກອງປະຊຸມບັນດາຜູ້ແທນຕ່າງກໍຍົກສູງຄວາມຮັບຜິດຊອບ ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານການເມືອງ ແລະ ຮັບຮອງເອົາທິດທາງແຜນການນໍາພາ
ຂອງອົງຄະນະພັກ ໃນ 5 ປີຕໍ່ໜ້າພ້ອມທັງປ່ອນ ບັດເລືອກເອົາຄະນະບໍລິຫານງານພັກກອງພົນສະໄໝທີ 6 ປະກອບມີ 11 ສະຫາຍຄື: ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນ
ແສງດາວ, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ, ສະຫາຍ ພັນເອກ ສໍຍັນ ລໍອິນສອນ, ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ, ສະຫາຍ ພັນໂທ ດາວວັນດີ ວົງພະ
ຈິດ, ສະຫາຍ ພັນໂທ ວັນເຊີນ ທະວີໄຊ, ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ, ສະຫາຍ ພັນໂທ ຍິນເພັດ ແອ່ນດາວອນ, ສະຫາຍ ພັນໂທ ຄໍາຕັນ ແສງມາລາພອນ, ສະ
ຫາຍ ພັນໂທ ສົມດີ ຕິບອິນແສງ ແລະ ສະຫາຍ ພັນໂທ ສາຍທອງ ປີຊາຈັນ. ກອງ ປະຊຸມຄັ້ງປະຖົມມະລຶກເລືອກເອົາ ຄະນະປະຈໍາພັກກອງພົນ ປະກອບມີ 3 ສະຫາຍຄື: ສະ
ຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ, ສະຫາຍ ພັນເອກ ສໍຍັນ ລໍອິນສອນ.

     ກອງປະຊຸມເລືອກເອົາ ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ເປັນຮອງເລຂາຄະນະພັກ.
ກອງປະຊຸມເລືອກເອົາ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ເປັນປະທານກວດກາພັກ, ສະຫາຍ ພັນໂທ ບຸນຈັນ ໄຊສີວົງ ເປັນ ຮອງປະທານກວດກາພັກ ແລະ ສະຫາຍ ພັນ
ໂທ ສົມມິດ ເພັດລາສີ ເປັນຮອງປະທານກວດກາພັກ.

     ໂອກາດເຂົ້າຮ່ວມກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກ
ຜົນການຊີ້ນໍາ-ນໍາ ພາຂອງອົງຄະນະພັກ ໃນຊຸມປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ແຂງແຮງ, ເລິກເຊິ່ງ
ດ້ວຍຫຼາຍຮູບການ-ວິທີການເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນກາຍເປັນກໍາລັງຫຼັກແຫຼ່ງໃນທຸກຂະບວນການ, ເອົາໃຈໃສ່ປັບປຸງຂອດນໍາ
ພາ- ບັນຊາໃຫ້ແທດເຖິງຕົວຈິງເຮັດວຽກມີແບບແຜນວິທະຍາສາດ ບົນພື້ນຖານເອກະພາບໃນ ຄະນະພັກມອບໝາຍໜ້າທີ່ໃຫ້ບຸກຄົນ ຮັບຜິດຊອບ, ເພີ່ມທະວີບົດບາດ
ການນໍາພາຂອງພັກເຂົ້າສູ່ທຸກຂົງເຂດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ປະຕິບັດໜ້າທີ່ປ້ອງກັນຊາດ-
ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ຂອງພັກວາງອອກແນໃສ່ຮັບປະກັນໃຫ້ກົມກອງ-ທ້ອງຖິ່ນ ມີຄວາມສະຫງົບ ສຸກ, ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນ, ສ້າງ
ທຸກເງື່ອນໄຂທ່າແຮງບົ່ມຊ້ອນ ເພື່ອສ້າງພະລາທິການກັບທີ່ ແລະ ປັບປຸງກົມກອງ-ກໍ່ສ້າງ ກໍາລັງໃຫ້ເຂັ້ມແຂງ, ມີພື້ນຖານໂຄງລ່າງທີ່ແໜ້ນໜາຖາວອນ. ເສີມຂະຫຍາຍມູນ
ເຊື້ອ ການສ້າງກົມກອງ-ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກວມເອົາອັດຕາສ່ວນສູງ.