ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າຄະນະຊີ້ນຳພາກສະໜາມໂຄງການພັດທະນາກຸ່ມບ້ານຄັງວຽງຜູ້ໃໝ່


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມພິທີປະກາດແຕ່ງຕັ້ງຫົວໜ້າຄະນະຊີ້ນຳພາກສະໜາມໂຄງການພັດທະນາກຸ່ມບ້ານຄັງວຽງຜູ້ໃໝ່

     ໃນຕອນບ່າຍຂອງວັນທີ 24 ມັງກອນ 2019 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ທັງເປັນຫົວໜ້າຄະນະຊີ້ນຳພັດທະນາຈຸດສຸມກຸ່ມບ້ານຄັງວຽງ ໄດ້ເຂົ້າຮ່ວມພິທີປະກາດແຕ່ງຕັ້ງ ພັນເອກ ຄຳຕາ ສິນນະວົງ ຫົວໜ້າການເມືອງກອງ
ພັນໃຫຍ່ 584, ເປັນຫົວໜ້າຊີ້ນຳພາກສະໜາມໂຄງການພັດທະນາກຸ່ມບ້ານຄັງວຽງຄົນໃໝ່ປ່ຽນແທນຜູ້ເກົ່າທີ່ເສຍຊີວິດ.

     ໃນພິທີ ທ່ານ ພົນຈັດຕະວາ ສອນທອງ ແກ້ວລໍຄຳ ຫົວໜ້າກົມສູ້ຮົບກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າຊີ້ນຳພາກສະ
ໜາມໂຄງການພັດທະນາກຸ່ມບ້ານຄັງວຽງກະຊວງປ້ອງກັນປະເທດ ໄດ້ຕົກລົງແຕ່ງຕັ້ງ ພັນເອກ ບຸນຕາ ສິນນະວົງ ຫົວໜ້າການເມືອງກອງພັນໃຫຍ່ 584 ເປັນຫົວໜ້າຊີ້ນຳ
ພາກສະໜາມພັດທະນາກຸ່ມບ້ານຄັງວຽງ, ການປະກາດການແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະຕິບັດຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນ
ຊາໃນກຳລັງປະກອບອາວຸດ ກໍຄືໃນກົມກອງໃຫ້ນັບມື້ເຂັ້ມແຂງໜັກແໜ້ນຮອບດ້ານເພື່ອນຳພາກົມກອງເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນ
ໄລຍະໃໝ່.

     ໃນໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນ, ຊີ້ໃຫ້ເຫັນວ່າ: ການປັບປຸງການຈັດຕັ້ງໃນເທື່ອນີ້ແມ່ນຄວາມຮຽກຮ້ອງຕ້ອງ
ການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງເວົ້າລວມ, ເວົ້າສະເພາະກໍຄືຂອງການພັດທະນາກຸ່ມບ້ານຄັງວຽງໃຫ້ມີຄວາມກ້າວໜ້າໃນການພັດທະນາໄປຕາມທິດ
3 ສ້າງໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ, ສະນັ້ນສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງໄດ້ສຶບຕ່ໍຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າໃນການຈັດ
ຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນ, ຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະ ດຳລົງຊີວິດທີ່ປອດໃສຂາວສະອາດ, ພ້ອມກັນເສີມຂະຫຍາຍ
ຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເລິກເຊິ່ງ, ມີແບບແຜນວິທີເຮັດວຽກນຳພາທີ່ດີ, ຕ້ອງຍົກສູງຄວາມຮັບຜິດຊອບໜ້າທີ່ອັນໜັກໜ່ວງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້
ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນມີທັດສະນະຫຼັກໝັ້ນຊື່ສັດບໍລິສຸດ ມີສະຕິເຄົາລົບນັບຖື ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເສີມຂະ
ຫຍາຍຫົວຄິດປະດິດສ້າງ ແລະ ເຂົ້າຮ່ວມໃນຂະບວນການຕົວຈິງຂອງກົມກອງ, ກ້າຄິດ ກ້າເຮັດ, ກ້າສະແດງອອກບົນຫຼັກການເຊື້ອໜັ້ນຕໍ່ການນຳພາຂອງພັກ.