ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ ຕ້ອນຮັບກະຊວງ ປກສ ເຂົ້າອວຍພອນ

     ວັນທີ 26 ມັງກອນ 2018 ຜ່ານມານີ້, ໄດ້ມີສອງພາກສ່ວນຈາກກະຊວງປ້ອງກັນຄວາມສະຫງົບ ເຂົ້າອວຍພອນກົມ ວິທະຍາສາດ-ປະຫວັດສາດ
ການທະຫານ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 69 ປີ ພາກສ່ວນທີ I ນຳໂດຍ ພັນເອກ ນິດຈູມ ວິຈິດ ຮອງຫົວໜ້າກົມ ວິທະຍາ
ສາດ-ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ, ພາກສ່ວນທີ II ແມ່ນກອງພັນ 134 ກອງບັນຊາການປ້ອງກັນເຄື່ອນທີ່ກຳລັງປ້ອງກັນຄວາມສະຫງົບ ເຊິ່ງນຳ
ໂດຍ ພັນໂທ ໄມວັນຄຳ ແກ້ວມະນີຈັນ ເປັນກຽດຕ້ອນຮັບຂອງສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ຕ້ອນຮັບການເຂົ້າອວຍພອນຂອງກະຊວງປ້ອງກັນຄວາມສະຫງົບ

     ໃນໂອກາດມາອວຍພອນຄັ້ງນີ້, ສອງພາກສ່ວນໄດ້ນຳເອົາກະຕ່າຂອງຂັວນ, ສະແດງຄວາມຊົມເຊີຍ ແລະ ອວຍພອນກຳລັງປ້ອງກັນຊາດເວົ້າລວມ,
ເວົ້າສະເພາະກົມ ວສ-ປສ ໂອກາດຄົບຮອບ 69 ປີ ພ້ອມທັງອວຍພອນໃຫ້ກອງທັບຈົ່ງສືບຕໍ່ສ້າງກອງທັບໃຫ້ເຂັ້ມແຂງໜັກແໜ້ນ ອວຍພອນໃຫ້ຄະນະພັກ
ຄະນະບັນຊາທຸກຂັ້ນ ພະນັກງານນັກຮົບທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນປົກປັກຮັກສາປະເທດຊາດບ້ານເມືອງໃຫ້ມີຄວາມສະຫງົບ ພ້ອມກັນປົກ
ປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນສີວິໄລຂຶ້ນເລື້ອຍໆ.


    ພັນເອກ ສຸລິວັນ ແສງຈັນ ຕ້ອນຮັບການເຂົ້າອວຍພອນຂອງກອງພັນ 134 ກອງບັນຊາການປ້ອງກັນເຄື່ອນທີ່ກຳລັງປ້ອງກັນຄວາມສະຫງົບ

     ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຍັງໄດ້ສະແດງຄວາມຂອບໃຈນຳກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະກົມວິທະຍາ
ສາດ-ປະຫວັດສາດ ແລະ ກອງພັນ 134 ທີ່ຍາມໃດກໍ່ມີການພົວພັນຮ່ວມມືຖອດຖອນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຫວັງຢ່າງຍິ່ງວ່າສອງກຳ
ລັງຈະສືບຕໍ່ພົວພັນຮ່ວມມືນຳກັນ ຮັບປະກັນເຮັດສຳເລັດຕາມໜ້າທີ່ ທີ່ພັກ ແລະ ລັດມອບໝາຍໃຫ້.