ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາໂຄງການສ້ອມແປງເສັ້ນທາງຢູ່ 2 ແຂວງພາກໃຕ້

     ວັນທີ 22 ທັນວາ 2018 ນີ້, ໄດ້ມີພິທີເຊັນສັນຍາໂຄງການສ້ອມແປງເສັ້ນທາງຢູ່ສອງແຂວງພາກໃຕ້ລະຫວ່າງຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງ
ການ ຄືກົມໃຫຍ່ເສນາທິການກອງທັບຂຶ້ນ ຢູ່ທີ່ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ພົນຈັດຕະ
ວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຈາກພາກລັດ ແລະ ກອງທັບ ພ້ອມດ້ວຍບັນ
ດາຫົວໜ່ວຍບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.


ພົນຈັດຕະວາ ສິງສະຫວັດ ພົມມະສັກ ເຂົ້າຮ່ວມເປັນສັກຂີພະຍານພິທີເຊັນສັນຍາໂຄງການສ້ອມແປງເສັ້ນທາງຢູ່ 2 ແຂວງພາກໃຕ

     ພິທີເຊັນສັນຍາໂຄງການດັ່ງກ່າວແມ່ນໂຄງການສ້ອມແປງເສັ້ນທາງເກົ່າເປັນທາງດິນແດງ ລວມມີ 3 ເສັ້ນ ກວມເອົາ 2 ແຂວງຄື: ແຂວງຈຳປາສັກ
ແລະ ແຂວງອັດຕະປື ເຊິ່ງໂຄງການທີ 1 ແມ່ນເສັ້ນທາງຫຼັກ 48 ຈາກທາງເລກທີ 13 ໃຕ້ ໄປຫາ ບ້ານຫີນລາດ ເມືອງສະໜາມໄຊ ແຂວງອັດຕະປື, ມີ
ຄວາມຍາວ 67 ກິໂລແມັດ, ມູນຄ່າຂອງການສ້ອມແປງ 16 ຕື້ກີບ, ຮັບເໝົາກໍ່ສ້າງໂດຍກອງພັນກໍ່ສ້າງ-ຂົວທາງ 587; ໂຄງການທີ 2 ແມ່ນເສັ້ນທາງ
ແຕ່ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງອັດຕະປື ມີຄວາມຍາວ 50,5 ກິໂລແມັດ, ມູນຄ່າຂອງການສ້ອມແປງທັງໝົດ 12 ຕື້ກີບ, ຮັບເໝົາໂດຍ
ບໍລິສັດລັດວິສາຫະກິດກໍ່ສ້າງຂົວທາງຄົບວົງຈອນ; ໂຄງການທີ 3 ແມ່ນເສັ້ນທາງແຕ່ເມືອງປາກຊ່ອງ ແຂວງຈຳປາສັກ ຫາ ບ້ານຫີນລາດ, ບ້ານໃໝ່ ແຂວງ
ອັດຕະປື ມີຄວາມຍາວ 58,5 ກິໂລແມັດ, ມູນຄ່າຂອງການສ້ອມແປງ 5 ຕື້ກີບ ຮັບເໝົາກໍ່ສ້າງໂດຍບໍລິສັດມີໄຊປະເສີີີດ ກໍ່ສ້າງສ້ອມແປງຂົວ-ທາງຈຳກັດ.

     ພາຍຫຼັງທີ່ເຈົ້າຂອງໂຄງການ ຄືກົມໃຫຍ່ເສນາທິການກອງທັບ ແລະ ບັນດາຫົວໜ່ວຍຜູ້ຮັບເໝົາໄດ້ມີຄວາມເຂົ້າໃຈ ແລະ ເອກະພາບຕໍ່ກັບຮ່າງສັນ
ຍາກັນແລ້ວ ກໍໄດ້ມີການເຊັນສັນຍາກ່ຽວກັບການກໍ່ສ້າງໂຄງການດັ່ງກ່າວ ເຊິ່ງຕາງໜ້າເຈົ້າຂອງໂຄງການໂດຍ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມ
ຊ່າງແສງ ກົມໃຫຍ່ເສນາທິການກອງທັບ ເປັນຜູ້ລົງນາມກັບບັນດາຫົວໜ່ວຍບໍລິສັດຜູ້ຮັບເໝົາ.