ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

     ໃນວັນທີ 19 ຕຸລາ 2016 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້
ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່າຮັບຂອງ ທ່ານ ພົນຕີ ຊໍຮ່ອງ ຊັອກ ຫົວໜ້າກົມນະໂຍບາຍການເຝິກອົບຮົມກະຊວງປ້ອງກັນປະເທດ ສ ເກົາຫຼີ ພ້ອມຄະ
ນະ. ໃນໂອກາດທີ່ເດີນ ທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ຕຸລາ 2016 ນີ້.

                                 
                                                                    ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມຂໍ່າຮັບຂອງທ່ານພົນຕີຊໍຮ່ອງຊັອກ

     ໃນໂອກາດນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດ
ວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນ ສ ເກົາຫຼີ ໃນຄັ້ງນີ້ ເຊິ່ງເປັນການ ເສີມສ້າງສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີລະຫວ່າງສອງປະເທດ
ລາວ-ສ ເກົາຫຼີ.

     ທ່ານ ພົນຕີ ຊໍຮ່ອງຊັອກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ແລະ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ສ ເກົາຫຼີ-ລາວ ໃນໄລຍະຜ່ານມາກໍຄືໃນປັດຈຸບັນ ແລະສືບຕໍ່
ເສີມສ້າງໃຫ້ນັບມື້ມີບາດກ້າວໃໝ່ ເພື່ອນຳເອົາປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງປະເທດ.