ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະປະຕິບັດງານພິເສດ 3 ກອງບັນຊາການປຶກສາຫາລືວຽກງານຮ່ວມກັນ

     ຫວ່າງມໍ່ໆນີ້, ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງເຊກອງ ໄດ້ເປີດກອງປະຊຸມການຮ່ວມມືລະຫວ່າງຄະນະປະຕິບັດງານພິເສດແຂວງເຊກອງ
ກັບ ແຂວງເທື່ອນທຽນເຫວ້ ແລະແຂວງກອນຕູມ ປະຈຳສົກປີ2016-2017 ຂຶ້ນ ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພັນເອກ ສົມທອງ ດອນກັນນ້ອຍ ຄະນະ
ປະຈຳພັກແຂວງ ຫົວໜ້າປະຕິບັດງານພິເສດ ແຂວງເຊກອງ ແລະຝ່າຍ ສສ ຫວຽດນາມ ນຳໂດຍ ສະຫາຍ ເລງັອກທັນ ຫົວໜ້າການເມືອງກອງບັນຊາການ
ທະຫານແຂວງເທື່ອນທຽນເຫວ້ ຫົວໜ້າປະຕິບັດງານພິເສດ ແລະທ່ານ ນາງ ເຈິ່ນທີ່ງາ ກຳມະການພັກແຂວງ ເຈົ້າແຂວງໆກອນຕູມ ຫົວໜ້າປະຕິບັດງານພິ
ເສດແຂວງກອນຕູມ ເຊິ່ງມີບັນດາສະຫາຍຄະນະປະຈຳພັກ, ຄະນະບັນຊາການ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

                                 
                                             

     ໃນກອງປະຊຸມໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນລະຫວ່າງ 3 ແຂວງ ເຊິ່ງໄດ້ຕີລາຄາຄືນບັນດາວຽກງານປຸກລະດົມຂົນຂວາຍປະຊາ
ຊົນຊອກຫາແຫຼ່ງຂ່າວຫຼຸມຝັງສົບຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອສ້າງເງື່ອນໄຂອັນສະ
ດວກໃຫ້ແກ່ການຂຸດຄົ້ນຕໍ່ໄປຢ່າງມີປະສິດທິພາບ ແລະປອດໄພ, ບັນດາວຽກງານການປະສົມປະສານກັນຈັດພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ
ຊ່ຽວຊານຫວຽດນາມກັບຄືນປະເທດໃຫ້ຖືກຕ້ອງຕາມຮີດຄອງປະເພນີຂອງປະຊາຊົນສອງຊາດ ບົນພື້ນ ຖານຄວາມສາມັກຄີອັນສະໜິດສະໜົມ ແລະເປັນ
ພິເສດລະຫວ່າງ ລາວ-ຫວຽດນາມ.

     ພ້ອມນີ້, ສະຫາຍ ພັນເອກ ສົມທອງ ດອນກັນນ້ອຍ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະປະຕິບັດງານພິເສດຂອງ 3 ແຂວງ ລາວ-ຫວຽດ
ນາມໃນໄລຍະຜ່ານມາ ແລະຮຽກຮ້ອງໃຫ້ບັນດາສະຫາຍທີ່ເຮັດວຽກງານຕົວຈິງສືບຕໍ່ເຮັດໜ້າທີ່ວຽກງານດັ່ງກ່າວໄປຕາມການຊີ້ນຳ-ນຳພາຂອງພັກ-ລັດ ລະ
ຫວ່າງ ລາວ-ຫວຽດນາມ ເວົ້າລວມ-ເວົ້າສະເພາະແມ່ນການຮ່ວມມືລະຫວ່າງ 3 ກອງບັນຊາການທະຫານແຂວງເຊກອງ, ເທື່ອນທຽນເຫວ້ ແລະກອນຕູມ
ໃຫ້ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້.