ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ III ເຂດ 8

     ວັນທີ 18 ຕຸລາ 2016 ຜ່ານມານີ້, ກອງ “ຂ 641” ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານວຽກງານພັກ-ວຽກງານການເມືອງປະຈໍາໄຕມາດ
III ເຂດ 8 ໃຈກາງນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະ
ພັກຄະນະບັນຊາກໍາລັງຫຼວງ-ກໍາລັງທ້ອງຖິ່ນເຂດ 8 ທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

                                 
                                             ພົນຕີ ອ່ອນສີ ແສນສຸກ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈໍາໄຕມາດ III ເຂດ 8

     ໃນໂອກາດນີ້ ຜູ້ຕ່າງໜ້າບັນດາກົມກອງໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ແລະປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ
ໃນສັງຄົມກໍ່ຄືຢູ່ໃນກົມກອງປະຈໍາໄຕມາດ III 2016 ເຊິ່ງໄດ້ຍົກ ໃຫ້ເຫັນວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ
ແລະນັກຮົບ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະວຽກງານອື່ນໆ. ພ້ອມນັ້ນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເປັນເອກະພາບໃນທິດ
ທາງວຽກງານນໍາພາທີ່ຈະສຸມໃສ່ໃນມາດຕາ IV ປີ 2016, ໂດຍສະເພາະດ້ານວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ,
ວຽກງານປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງ, ແກ້ໄຂຊີວິດການເປັນຢູ່, ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າ ເພື່ອແນໃສ່ສ້າງກົມກອງ
ເປັນກົມກອງ ປອດໄສ, ປອດໄພ ແລະປອດຄະດີກາຍເປັນກົມກອງຮາກຖານເຂັ້ມແຂງໜ່ວຍພັກຮູ້ນໍາພາຮອບດ້ານ.

     ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດມາໄດ້ໃນ
ໄລຍະຜ່ານມາ, ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກ
ຮົບມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ.