ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດດຳລັດແຕ່ງຕັ້ງຫົວໜ້າ
ກົມໃຫຍ່ພະລາທິການກອງທັບຜູ້ໃໝ່ ແລະ ບັນດາຕຳແໜ່ງທີ່ສຳຄັນອື່ນໆ

     ພິທີປະກາດແຕ່ງຕັ້ງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດບັນດາຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ພະລາທິການກອງທັບ, ກົມໃຫຍ່ເຕັກນິກກອງທັບ ແລະຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ
ປ້ອງກັນຄວາມສະຫງົບສູນກາງ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2016 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ພົນໂທ
ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະປະຈໍາພັກກະຊວງ, ຄະນະນໍາກະຊວງປ້ອງ
ກັນປະເທດ ແລະບັນດາຫົວໜ້າກົມໃຫຍ່, ຮອງກົມ ເຂົ້າຮ່ວມ.

                                 
                                          ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດແຕ່ງຕັ້ງ ຫົວໜ້າກົມໃຫຍ່ພະລາທິການກອງທັບຜູ້ໃໝ່ ແລະ ບັນດາຕຳແໜ່ງທີ່ສຳຄັນ

     ທ່ານ ວັນທອງ ທໍາມະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງ
ຕັ້ງຫົວໜ້າກົມໃຫຍ່, ຮອງຫົວໜ້າກົມໃຫຍ່ ແລະຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ
ຢູ່ກະຊວງປ້ອງກັນປະເທດ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 07/ສພຊ, ນາຍົກລັດຖະມົນຕີອອກດໍາລັດແຕ່ງ
ຕັ້ງ ທ່ານ ພົນຈັດຕະວາ ວົງຄໍາ ພົມມະກອນ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບ, ແຕ່ງຕັ້ງ ທ່ານ ພົນຈັດຕະວາ ຄໍາສີ ວົງຄໍາຊາວ ເປັນຫົວໜ້າຫ້ອງ
ວ່າການກະຊວງປ້ອງກັນປະເທດ, ແຕ່ງຕັ້ງ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ທ່ານ ພົນຈັດຕະ
ວາ ສິງສະຫວັດ ພົມມະສັກ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຍົກຍ້າຍ ທ່ານ ພັນເອກ ວົງສອນ ອິນປານພິມ ຫົວໜ້າການເມືອງກອງ “ກ 1” ມາຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ, ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ທ່ານ ພັນເອກ ບຸນສູງ ຢາທໍ່ຕູ້ ເປັນຮອງຫົວໜ້າ
ກົມໃຫຍ່ພະລາທິການກອງທັບ, ແຕ່ງຕັ້ງ ທ່ານ ພັນເອກ ຄອນສະຫວັນ ມິ່ງຈໍາປາບານ ເປັນຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະມະຕິຕົກລົງຂອງ
ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສະຫວ່າງໄຊ ສິນນະວົງ ເປັນຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບສູນກາງ, ພ້ອມດຽວກັນນີ້ຍັງຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກ, ຄະ
ນະປະຈໍາພັກ ແລະຄະນະພັກກະຊວງປ້ອງກັນປະເທດ, ໃນນັ້ນຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກກະຊວງ, ສະ
ຫາຍ ພົນຈັດຕະວາ ຄໍາລຽງ ອຸທະໄກສອນ ເປັນກໍາມະການຄະນະປະຈໍາພັກກະຊວງ, ສະຫາຍ ພົນຈັດຕະວາ ວົງຄໍາ ພົມມະກອນ ເປັນກໍາມະການຄະນະ
ປະຈໍາພັກກະຊວງ, ສະຫາຍ ພົນຈັດຕະວາ ກິລະກອນ ບຸນນະຜົນ ເປັນກໍາມະການຄະນະພັກກະຊວງ, ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ເປັນກໍາ
ມະການຄະນະພັກກະຊວງ, ສະຫາຍ ພັນເອກ ບຸນເຈື້ອ ຕຽນແສງດາວ ເປັນກໍາມະການຄະນະພັກກະຊວງ ແລະ ສະຫາຍ ພົນຈັດຕະວາ ສະຫວ່າງໄຊ ສິນ
ນະວົງ ເປັນກໍາມະການຄະນະພັກກະຊວງປ້ອງກັນປະເທດ. ການປະກາດແຕ່ງຕັ້ງ ແລະບົ່ງຕົວໃນຄັ້ງນີ້ຖືເປັນການປະຕິບັດຕາມທິດທາງກ່ຽວກັບການປັບປຸງ
ບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດ ກໍ່ຄືໃນກະຊວງປ້ອງກັນປະເທດໃຫ້ນັບມື້ເຂັ້ມແຂງໜັກແໜ້ນໃນຮອບດ້ານເພື່ອນໍາພາ
ອົງການ, ກົມກອງເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດໃນໄລຍະໃໝ່.

     ໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາສໍາຄັນໂດຍຊີ້ໃຫ້ເຫັນວ່າ: ການປັບປຸງບູລະນະການຈັດຕັ້ງໃນຄັ້ງນີ້
ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ຂອງກະຊວງປ້ອງກັນປະເທດ, ສະນັ້ນ ສໍາລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງຮັບ
ໜ້າທີ່ໃໝ່ຕ້ອງສືບຕໍ່ເຝິກ ຝົນຕົນເອງໃນຂະບວນວຽກງານຕົວຈິງໃຫ້ສູງຂຶ້ນ, ຍົກຄວາມຮັບຜິດຊອບການເມືອງຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່
ວຽກງານໃຫ້ສູງຂື້ນຕື່ມອີກກ້າວໜຶ່ງ, ຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະມີແບບແຜນການດໍາລົງຊີວິດທີ່ປອດໃສຂາວ
ສະອາດ, ພ້ອມກັນເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກນໍາພາ-ບັນຊາທີ່ສອດຄ່ອງ ແລະພ້ອມກັນ
ສືບຕໍ່ນໍາພາກົມກອງເຮັດ ສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.