ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກຳມະການຊາຍແດນລາວ-ມຽນມາ ສືບຕໍ່ຄົ້ນຄວ້າແກ້ໄຂວຽກງານຮ່ວມກັນ

     ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມເສັ້ນຊາຍແດນ ລາວ-ມຽນມາ ຂັ້ນແຂວງ,ເຂດຄັ້ງທີ VII ໄດ້ໄຂຂື້ນ ແລະອັດລົງຢ່າງ
ເປັນທາງການໃນລະຫວ່າງວັນທີ 17-20 ຕຸລາ 2016 ທີ່ຜ່ານມານີ້, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ໂດຍການເປັນປະທານຮ່ວມຂອງ ທ່ານ
ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະທ່ານ ພັນເອກ ຈໍໂກ່ ໄທ້ ຜູ້ບັນຊາການສູ້
ຮົບທະຫານເຂດສາມຫລຽ່ມ ກອງທັບສາທາລະນະລັດສະຫະພາບມຽນມາ, ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

                                 
                                   ພົນຈັດຕະວາ ສີພັນ ພຸດທະວົງ ເປັນປະທານກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນລາວ-ມຽນມາ

     ກອງປະຊຸມຍັງໄດ້ປຶກສາຫາລື ແລະທົບທວນຄືນການຮ່ວມມືໃນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຊາຍແດນລາວ-ມຽນມາ
ຂັ້ນແຂວງ, ເຂດ ຄັ້ງທີ VI ທີ່ໄດ້ຈັດຂື້ນຢູ່ເມືອງທ່າຂີ້ເຫລັກ, ລັດຊານຕາເວັນອອກ, ສາທາລະນະລັດສະຫະພາບມຽນມາ ລະຫວ່າງວັນທີ 7-10 ກໍລະກົດ
ປີ 2015 ທີ່ມີບັນຍາກາດສະໜິດສະໜົມເຂົ້າໃຈເຊິ່ງກັນ ແລະກັນ, ເປັນການປະກອບສ່ວນອັນສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະການ
ຮ່ວມມືຢ່າງໃກ້ຊິດລະຫວ່າງສອງກອງທັບກໍ່ຄືປະຊາຊົນສອງຊາດ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນການຮ່ວມມືຄື: ແກ້ໄຂບັນຫາກຸ່ມຄົນບໍ່ດີ
ແລະການຄ້າຂາຍຢາເສບຕິດຢູ່ບໍລິເວນຊາຍແດນຕາມແມ່ນໍ້າຂອງລາວ-ມຽນມາ, ຮັບປະກັນຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນ
ການທຳມາຫາກີນ, ການຄ້າຂາຍ ແລະການເດີນເຮືອຂອງປະຊາຊົນ, ທັງນີ້ແມ່ນເພື່ອແນໃສ່ການຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ບໍລິເວນຊາຍແດນ,
ເຫັນດີໃຫ້ມີການຮ່ວມມື ແລະແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະກັນ ເພື່ອສະກັດກັ້ນ, ປາບປາມ ແລະທຳລາຍແຫລ່ງຜະລິດຢາເສບຕິດ, ການຄ້າຂາຍ
ຢາເສບຕິດ, ການກໍ່ອາຊະຍາກຳ, ການຄ້າອາວຸດ, ການເຄື່ອນໄຫວທີ່ລະເມີດຕໍ່ກົດໝາຍອື່ນໆ, ເພື່ອຮັກສາຄວາມສະຫງົບໂດຍພື້ນຖານຕາມບໍລິເວນຊາຍ
ແດນຂອງສອງປະເທດ.