ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານປະເທດລົງເຄື່ອນໄຫວຢ້ຽມຢາມກອງ “ ກ 2 ”

     ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ
ຢ້ຽມຢາມ ແລະເຮັດວຽກຢູ່ກອງ “ກ 2” ໃນວັນທີ 22 ຕຸລາ 2016 ໂດຍໄດ້ຮັບການຕ້ອນຮັບຈາກ ພັນເອກ ຄຳຫຼ້າ ວົງວິໄລ ຄະນະພັກກະຊວງ ຫົວໜ້າ
ການເມືອງກອງ “ກ 2” ເຂົ້າຮ່ວມການຕ້ອນຮັບໃນຄັ້ງນີ້ ຍັງມີທ່ານເຈົ້າແຂວງໄຊຍະບູລີ, ຫົວໜ້າກອງບັນຊາການທະຫານແຂວງ, ປກສ ແຂວງ ພ້ອມດ້ວຍ
ພະນັກງານຫຼັກແຫຼ່ງໃນກອງ “ກ 2” ເຂົ້າຮ່ວມ.

                                 
                                             

     ພັນເອກ ຄຳຫລ້າ ວົງວິໄລ ໄດ້ຂຶ້ນລາຍງານສະພາບການຕ່າງໆຂອງກົມກອງເປັນຕົ້ນແມ່ນການຈັດຕັ້ງເຊື່ອມຊຶມ ແລະປະຕິບັດເນື້ອໃນມະຕິກອງປະຊຸມ
ໃຫຍ່ຄັ້ງທີ 10 ຂອງພັກ ເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຂອງຄະນະພັກກະຊວງປ້ອງກັນປະເທດ 4 ແຜນງານ 26 ໂຄງການ ການສະເຫຼີມສະຫຼອງວັນ
ສ້າງຕັ້ງກົມກອງຂອງຕົນຄົບຮອບ 35 ປີ. ນອກນີ້ໄດ້ລາຍງານກ່ຽວກັບການເຄື່ອນໄຫວເຝິກແອບຮຳ່ຮຽນການເມືອງ, ການທະຫານ, ການສ້າງເສດຖະກິດ
ແກ້ໄຂຊີວິດການເປັນຢູ່, ການປັບປຸງຖັນແຖວພະນັກງານສະມາຊິກພັກ, ການຫັນລົງກໍ່ສ້າງຮາກຖານການເມືອງເຂດກົມກອງຮັບຜິດຊອບຕິດພັນກັບການ
ພັດທະນາວຽກງານ 3 ສ້າງ ເຮັດໃຫ້ເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.

     ໃນໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກົມກອງຍາດມາໄດ້
ໃນໄລຍະທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບການຂອງໂລກ ແລະພາກພື້ນທີ່ມີການຜັນແປໄປຢ່າງສັບສົນ ດັ່ງນັ້ນມັນຮຽກຮ້ອງໃຫ້ພະນັກງານສະມາ
ຊິກພັກກຳລັງປະກອບອາວຸດ ພວກເຮົາຕ້ອງເປັນເຈົ້າການໃນການປັບປຸງກຳລັງມີສະຕິກຽມພ້ອມຕອບຕ້ານຕໍ່ທຸກກົນອຸບາຍ, ໂຄສະນາບິດເບື່ອນຂອງສັດຕູ,
ເຊິ່ງໃນນີ້ຖືສຳຄັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ເຊິ່ງຍາມ
ໃດກອງທັບກັບປະຊາຊົນກໍມີຄວາມສາມັກຄີຢ່າງແໜ້ນແຟ້ນເປັນກຳລັງອັນດຽວ ເພື່ອພ້ອມກັນຕ້ານ ແລະສະກັດກັ້ນທັບມ້າງເລ່ຫຼຽມກົນອຸບາຍຂອງພວກ
ກຸ່ມຄົນບໍ່ຫວັງດີໃຫ້ພັງທະລາຍ, ເປັນເຈົ້າການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ເອົາໃຈໃສ່ໃນການເຝິກແອບຮຳ່ຮຽນດ້ານສິລະປະ ຍຸດ-ຍຸດທະວິທີຮັບປະ
ກັນໃຫ້ແກ່ການກຽມພ້ອມສູ້ຮົບໄດ້ທຸກສະຖານະການ.