ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ເປີດຂະບວນການແຂ່ງຂັນກີລາ ປະຈຳການ 2016

     ກົມໃຫຍ່ການເມືອງກອງທັບ ເປີດຂະບວນການແຂ່ງຂັນກີລາສະໝັກຫຼິ້ນ ປະຈຳປີ 2016 ຂຶ້ນໃນວັນທີ 20 ຕຸລາ 2016 ນີ້, ທີ່ເດີ່ນບານສົ່ງກົມ
ໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ການເມືອງກອງທັບ ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງ ພ້ອມດ້ວຍບັນດາພະນັກງານ-ນັກຮົບ ແລະນັກກີລາເຂົ້າຮ່ວມ.

                                
                                                                       ພົນຈັດຕະວາວັນທອງກອງມະນີ ເປັນປະທານເປີດຂະບວນການແຂ່ງຂັນກີລາ ປະຈຳປີ 2016

     ການຈັດຂະບວນການແຂ່ງຂັນກີລາຂອງກົມໃຫຍ່ການເມືອງໃນຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງກອງທັບ
ເປັນຕົ້ນແມ່ນວັນຊາດທີ 2 ທັນວາ ຄົບຮອບ 41 ປີ ແລະວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງ
ເປັນການເສີມສ້າງສຸຂະພາບຂອງນັກກີລາໃຫ້ແຂງແຮງ, ຮັບປະກັນການປະຕິບັດໜ້າທີ່ວຽກງານ ພ້ອມທັງຄັດເລືອກເອົານັກກີລາຜູ້ດີເດັ່ນເປັນຕົວແທນໃຫ້
ນັກກີລາທິມກົມໃຫຍ່ການເມືອງກອງທັບ ເພື່ອໄປແຂ່ງຂັນກັບກົມກອງອື່ນ, ທັງປັບປຸງ ແລະແລກປ່ຽນບົດຮຽນດ້ານການຫຼິ້ນກີລາຂອງແຕ່ລະທິມ ໃຫ້ດີ
ຂຶ້ນກວ່າເກົ່າຄຽງຄູ່ການເຕົ້າໂຮມຄວາມສາມັກຄີລະ ຫວ່າງພະນັກງານ-ນັກຮົບ ແລະນັກກີລາດ້ວຍກັນນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.

     ການແຂ່ງຂັນໃນຄັ້ງນີ້ ມີບັນດາກົມກອງ, ຫ້ອງການ ແລະກອງຕ່າງໆອ້ອມຂ້າງກົມໃຫຍ່ການເມືອງກອງທັບສົ່ງນັກກີລາຂອງຕົນເຂົ້າຮ່ວມທັງໝົດ 600
ກວ່າສະຫາຍ. ລວມມີ 3 ປະເພດກີລາ ຄື: ບານສົ່ງຊາຍ-ຍິງ, ກະຕໍ້ຊາຍ ແລະເປຕັງທິມປະສົມຊາຍ 2 ຍິງ 1.