ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສານທະຫານຂັ້ນສູງ ລາວ-ຫວຽດນາມ ແລກປ່ຽນບົດຮຽນນຳກັນ

     ກອງປະຊຸມພົບປະສອງຝ່າຍລະຫວ່າງສານທະຫານຂັ້ນສູງກອງທັບປະຊາຊົນລາວ ແລະສານທະຫານຂັ້ນສູນກາງ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນ
ຕອນເຊົ້າວັນທີ 19 ຕຸລານີ້, ທີ່ຫ້ອງປະຊຸມສານທະຫານພາກກາງນະຄອນຫຼວງວຽງຈັນ.

                                 
                                             

     ຄະນະຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ບຸນຍົງ ດາດົງໄຊ ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ ແລະຄະນະຝ່າຍຫວຽດ
ນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ວັນແຮັງ ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ແຫ່ງ ສສ ຫວຽດນາມ. ໃນໂອ
ກາດທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 21-27ຕຸລານີ້. ການພົບປະສອງຝ່າຍເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ
ເຊິ່ງຕ່າງຝ່າຍກໍສະແດງເຈດຈຳນົງ ແລະຄວາມປາຖະໜາດີທີ່ຈະບິແບ່ງບົດຮຽນການຈັດຕັ້ງປະຕິບັດວຽກງານສານທະຫານໃຫ້ແກ່ກັນ ແລະກັນດ້ວຍຄວາມ
ຈິງໃຈ.

     ສະຫາຍ ພັນເອກ ບຸນຍົງ ດາດົງໄຊ ປະທານສານທະຫານຂັ້ນສູງກອງທັບປະຊາຊົນລາວ ສັນລະເສີນໝາກຜົນຂອງການຮ່ວມມືລະຫວ່າງສອງຝ່າຍວ່າ:
ພວກຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າມູນເຊື້ອ ແຫ່ງສາຍພົວພັນ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການ
ຮ່ວມມືຮອບດ້ານຂອງສອງພັກສອງລັດ, ສອງກອງທັບ ແລະປະຊາຊົນສອງຊາດ ທີ່ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະຜູ້ນຳລຸ້ນກ່ອນໄດ້
ສ້າງໄວ້ນັ້ນຈະໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງນັບມື້ເຂົ້າສູ່ລວງເລິກ ແລະແຕກດອກອອກຜົນ ເວົ້າສະເພາະການຮ່ວມມືຂອງສອງສານປະຊາຊົນ
(ລາວ-ຫວຽດນາມ) ກໍຄືສານທະຫານຂັ້ນສູງກອງທັບ ສປປ ລາວ ກັບ ສານທະຫານສູນກາງ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.