ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສຳມະນາເຄືອຂ່າຍສະຖາບັນປ້ອງກັນຊາດ
ແລະ ຄວາມໜັ້ນຄົງອາຊຽນ ໄດ້ຈັດຂຶ້ນຢູ່ຫຼວງພະບາງ

     ກອງປະຊຸມສໍາມະນາວິທະຍາສາດເຄືອຂ່າຍສະຖາບັນປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ ທີ່ກົມວິທະສາດ-ປະຫວັດສາດ ການທະຫານ ກະຊວງ
ປ້ອງກັນປະເທດ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນວັນ 19-21 ຕຸລານີ້ ທີ່ສັນຕິຣີສອດ ແລະສະປາ ແຂວງຫຼວງພະບາງ. ໂດຍການເປັນປະທານຂອງ ພັນ
ເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ, ມີບັນດາຄະນະຜູ້ແທນຈາກສະຖາບັນປ້ອງກັນຊາດ ແລະຄວາມ
ໝັ້ນຄົງໃນບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

                                 
                                     ພັນເອກ ສຸລິວັນ ແສງຈັນ ເປັນປະທານກອງປະຊຸມສໍາມະນາວິທະຍາສາດ ເຄືອຂ່າຍສະຖາບັນປ້ອງກັນຊາດແລະຄວາມໝັ້ນຄົງອາຊຽນ ຢູ່ຫຼວງພະບາງ

     ກອງປະຊຸມສໍາມະນາຄັ້ງນີ້ ບັນດາຜູ້ແທນຈາກບັນດາປະເທດສະມາຊິກອາຊຽນທີ່ເຂົ້າຮ່ວມຈະໄດ້ແລກປ່ຽນທັດສະນະ, ບົດຮຽນ ແລະພຶດຕິກໍາຕົວຈິງ
ພາຍໃຕ້ຫົວຂໍ້ “ການເສີມສ້າງສູນຕອບໂຕ້ໄພພິບັດແຫ່ງຊາດ ເພື່ອສ້າງຂີດຄວາມສາມາດ ແລະຄວາມຮູ້ທາງດ້ານວິຊາການ” ເຊິ່ງເຫດຜົນຫຼັກທີ່ນໍາເອົາຫົວ
ຂໍ້ນີ້ມາປຶກສາຫາລືໃນກອງປະຊຸມຄັ້ງນີ້ ກໍເນື່ອງຈາກວ່າໄພພິບັດເປັນບັນຫາໜຶ່ງທີ່ມີຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ
ຄວາມໝັ້ນຄົງຂອງຊາດ. ຫົວຂໍ້ນີ້ແມ່ນຫຼາຍຝ່າຍມີຄວາມສົນໃຈໃນເວທີພາກພື້ນ ແລະສາກົນ; ພ້ອມກັນນັ້ນການຊ່ວຍເຫຼືອດ້ານມະນຸດສະທໍາ ແລະບັນ
ເທົາທຸກທາງໄພພິບັດທໍາມະຊາດແມ່ນວຽກງານບູລິມະສິດອັນໜຶ່ງທີ່ຢູ່ໃນຂອບການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະອາ
ຊຽນບວກ. ໃນໂອກາດກ່າວໄຂກອງປະຊຸມ ພັັນເອກ ສຸລິວັນ ແສງຈັນ ປະທານກອງປະຊຸມ ໄດ້ໃຫ້ທັດສະນະວ່າ: ໃນໄລຍະຜ່ານມາເຖິງແມ່ນວ່າໄດ້ມີການ
ສ້າງຕັ້ງຫຼາຍກົນໄກການຮ່ວມມືໃນວຽກງານຄຸ້ມຄອງໄພພິບັດຢູ່ໃນພາກພື້ນ ແລະສາກົນແຕ່ວ່າຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ພັດທະນາລະບົບຄຸ້ມຄອງ
ໄພພິບັດແຫ່ງຊາດໃຫ້ໜັກແໜ້ນເຂັ້ມແຂງຂຶ້ນກ່ວາເກົ່າ ໂດຍສະເພາະແມ່ນກົນໄກການປະສານງານລະດັບສູນກາງ, ແຂວງ ແລະທ້ອງຖິ່ນ.

     ກອງປະຊຸມຄັ້ງນີ້ ຍັງຈະໄດ້ປຶກສາຫາລືບາງຂໍ້ສະເໜີຕໍ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນທີ່ກ່ຽວຂ້ອງ ກັບຂອບການຮ່ວມມືຂອງເຄືອຂ່າຍ
ສະຖາບັນປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ ໂດຍເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ຈະເປັນພື້ນຖານສໍາຄັນໃຫ້ການເສີມສ້າງການພົວພັນຮ່ວມມື
ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ຄົບຮອບ 10 ປີ ແຫ່ງການສ້າງຕັ້ງ ເຄືອຂ່າຍສະຖາບັນ
ປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນໃນປີ 2017 ຈະມາເຖິງນີ້.