ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ໃນວັນທີ 14 ຕຸລາ 2016 ຜ່ານມານີ້, ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາ
ທິການກອງທັບ ໄດ້ໃຫ້ກຽດໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່. ໃນໂອກາດດັ່ງກ່າວ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອ້າຍນ້ອງທີ່ໄດ້
ຮັບເລື່ອນຊັ້ນໃໝ່ ແລະໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ນະໂຍບາຍຂອງພັກ-ລັດ ທີ່ໄດ້ກຳນົດໄວ້ໃນກົດໝາຍນາຍທະຫານ ກອງທັບປະຊາຊົນ
ລາວ, ການເລື່ອນຊັ້ນແມ່ນການມອບໝາຍໜ້າທີ່ໃໝ່ຄວາມຮັບຜິດຊອບໃໝ່ຈາກການຈັດຕັ້ງຂັ້ນເທິງ ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ແຕ່ລະສະຫາຍເອົາໃຈໃສ່
ສຶກສາອົບຮົມການເມືອງ-ນຳພາແນວຄິດຕົນເອງ ແລະປັບປຸງທັນສະໄໝຂຶ້ນເລື້ອຍໆ.

                                 
                                             

     ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຍັງໄດ້ເນັ້ນຕື່ມວ່າ: ຢາກເຮັດໄດ້ຄືແນວນັ້ນຕ້ອງກຳແໜ້ນ ແນວທາງນະໂຍບາຍຂອງພັກ ແລະກຳແໜ້ນ
ຂໍ້ກຳນົດກົດໝາຍຂອງລັດ ຕ້ອງດຳເນີນຊີວິດການເມືອງຢ່າງຕໍ່ເນື່ອງລຽນຕິດ, ຕ້ານກັບແນວຄິດຫຼິ້ນພັກຫຼິ້ນພວກ, ຢຸດຕິການໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ
ແລ່ນນຳເສດຖະກິດ, ຫັນມາ ເພີ່ມຄວາມເອົາໃຈໃສ່ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຮັດວຽກເປັນໝູ່ຄະນະມີປະຊາ ທິປະໄຕ,
ມອບໃຫ້ບຸກຄົນຮັບຜິດຊອບ ເພີ່ມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຫຼີກລ້ຽງແນວຄິດຫ່າງເຫີນມະຫາຊົນ, ເຮັດວຽກມີຫົວຄິດປະດິດສ້າງ, ມີ
ແບບແຜນວິທະຍາສາດ.

     ການຈັດຕັ້ງປະກາດການເລື່ອນຊັ້ນ, ທຽບຊັ້ນນາຍທະຫານທົ່ວອົງການກົມໃຫຍ່ເສນາທິການກອງທັບ ໃນ ຄັ້ງນີ້, ຊັ້ນ ພັນຕີ ເລື່ອນ ແລະທຽບຊັ້ນ ມີ 5
ສະຫາຍ, ຊັ້ນ ຮ້ອຍເອກ ເລື່ອນ ແລະທຽບຊັ້ນ ມີ 72 ສະຫາຍ ແລະຊັ້ນ ຮ້ອຍໂທ ເລື່ອນ ແລະທຽບຊັ້ນ ມີ 55 ສະຫາຍ.