ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານພົນຕີ ອ່ອນສີ ແສນສຸກ ຕ້ອນຮັບ
ສະມາຊິກສະພາຄອງເກຣດ ສ ອະເມຣິກາ ເຂົ້າຢ້ຽມຂ່ຳນັບ

     ວັນທີ 19 ຕຸລາ 2016 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈັຟ ມິວເລິ ສະມາຊິກສະພາຄອງເກຣດ ສ ອະເມຣິກາ ແລະຜູ້ຕາງໜ້າເມືອງໜຶ່ງຂອງລັດຟໍຣິດາ ເນື່ອງໃນໂອກາດ
ທີ່ທ່ານເດີນທາງມາເຮັດວຽກຢູ່ ສປປ ລາວ.

                                 
                                                                        ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານເຈັຟມິວເລິ

     ໃນໂອກາດດັ່ງກ່າວ, ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈັຟ ມິວເລິ ທີ່ໄດ້ມອບໝາຍຈາກເອກອັກຄະລັດຖະທູດ
ແຫ່ງ ສ ອະເມຣິກາ ໃຫ້ເຂົ້າມາຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອເປັນການເສີມສ້າງສາຍພົວພັນ ແລະການຮ່ວມມືອັນດີງາມລະຫວ່າງກອງທັບປະຊາຊົນລາວ ກັບ
ສ ອະເມຣິກາ.

     ທ່ານ ເຈັຟ ມິວເລິ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວຕື່ມ
ວ່າ: ຈະພະຍາຍາມສຸມທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສ ອະເມຣິກາ ໃຫ້
ນັບມື້ຂະຫຍາຍຕົວ ແລະກວ້າງຂວາງເປັນກ້າວໆ.