ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບເງິນຊຸກຍູ້ຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ວປກ ຄົບຮອບ 20 ປີ

     ໃນວັນທີ 24 ຕຸລາ 2016 ນີ້, ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕາງ ຫນ້າກະຊວງປ້ອງກັນປະເທດ ໄດ້ນຳເອົາ
ເງິນສົດຈຳນວນ 50 ລ້ານກີບ ມາມອບໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອຊຸກຍູ້ຂະບວນການດ້ານຕ່າງໆໃນໂອກາດກະກຽມສະ
ເຫຼີມສະຫຼອງວັນສ້າງຕັ້ງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 20 ປີ (13/12/ 1996-13/12/2016) ກ່າວຮັບໂດຍ ທ່ານ ພົນ
ຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ຄະນະພັກກະຊວງປ້ອງກັນປະເທດ ຫົວຫນ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ.

                                 
                                             

     ໂອກາດນີ້, ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ໄດ້ຕາງຫນ້າໃຫ້ຄະນະພັກ-ຄະນະອຳນວຍການ ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາ
ຄາສູງຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ເຫັນໄດ້ ຄວາມຫມາຍຄວາມສຳຄັນຂອງວັນດັ່ງກ່າວ ພ້ອມທັງຢືນຢັນວ່າຈະນຳເອົາເງິນດັ່ງກ່າວ
ນີ້ເຂົ້າໃນການພັດທະນາ ແລະບູລະນະອາຄານສະຖານທີ່ຕ່າງໆເປັນລະບົບລະບຽບ ແລະມີວັດທະນະທຳທີ່ສວຍງາມ ເພື່ອຕ້ອນຮັບວັນສຳ ຄັນດັ່ງກ່າວໃຫ້
ມີເນື້ອໃນຄວາມຫມາຍເລິກເຊິງ.